ນັກທ່ອງທ່ຽວຈຳນວນ 80 000 ຄົນໄປສວນຈິ່ນຕ້ຽນເລາະງານວັດໃນມື້ວານນີ້

2019-02-14 16:53:00 |ມາຈາກ: Yunnan Gateway

ໃນວັນທີ 13 ກຸມພາ,ເຊິ່ງເປັນມື້ຂຶ້ນ 9 ຄ່ຳຕາມປະຕິທິນຈັນທະຄະຕິຂອງຈີນ, ຊາວເມືອງແລະນັກທ່ອງທ່ຽວທີ່ມາຈາກທ້ອງຖິ່ນຕ່າງໆໄດ້ມາເຖິງສວນຈີ່ນຕ້ຽນເພື່ອເຂົ້າຮ່ວມງານວັດທີ່ເປັນມູນເຊື້ອ.ພາຍໃນງານວັດມີກິດຈະກຳຕ່າງໆກໍຄື:ການຊົມດອກໄມ້ ການຟັງເພງ ການຂໍພອນໃຫ້ມີຄວາມສຸກແລະການຂໍຄວາມຮັກ ຍັງມີອາຫານດັ້ງເດີມທີ່ແຊບໆແລະເຄື່ອງປະດັບທີ່ສວຍງາມ ຈຶ່ງເຮັດໃຫ້ທົ່ວສວນແຫ່ງນີ້ເຕັມໄປດ້ວຍລົດຊາດຂອງປະເພນີທີ່ອຸດົມສົມບູນ.