ໃນລະຫວ່າງວັນທີ 22 ຫາ 25 ໄປສວນບ້ານຊົນເຜົ່າຢຸນນານສະເຫຼີມສະຫຼອງບຸນເພງມູ້ນາວເທາະ

2019-02-15 15:57:50 |ມາຈາກ: Yunnan Gateway

ສວນບ້ານຊົນເຜົ່າຢຸນນານຈະຈັດກິດຈະກຳ “ບຸນເພງມູ້ນາວເຜົ່າຈິງພໍນະຄອນຄຸນໝິງປະເທດຈີນປະຈຳປີ 2018”ທີ່ເປັນລະບົບຂຶ້ນໃນວັນທີ 22 ຫາ 25 ກຸມພານີ້.

ພາຍໃນຊ່ວງໄລຍະຂອງກິດຈະກຳ, ບ່າວສາວຂອງຊົນເຜົ່າຈິງພໍຈະຕ້ອນຮັບນັກທ່ອງທ່ຽວດ້ວຍເຫຼົ້າຫອມຢູ່ທີ່ປະຕູບ້ານເຜົ່າຈິງພໍເພື່ອສົ່ງຄຳອວຍພອນຂອງຕົນ.ກິດຈະກຳໃນວັນທີ 22 ຈະຖືກິດຈະກຳການເສັ່ນໄຫວ້ດັ້ງເດີມເປັນຕົ້ນຕໍ;ແລະໃນຕອນເຊົ້າຂອງວັນທີ 23 ຈະຈັດພິທີມອບມົງກຸດອັນຍິ່ງໃຫຍ່,ເຊິ່ງກິດຈະກຳບຸນເພງມູ້ນາວກໍໄດ້ລິເລີ່ມຂຶ້ນຢ່າງເປັນທາງການ.

ກິດຈະກຳຄັ້ງນີ້ຍັງລວມເອົາກິດຈະກຳການວາງສະແດງສິນຄ້າ “ແຜນຜັງຂອງເຜົ່າຈິງພໍ”ທີ່ຜະລິດດ້ວຍຜູ້ສືບທອດວັດທະນະທຳທາງພູມປັນຍາ, ນັກທ່ອງທ່ຽວສາມາດເລືອກຊື້ຜົນງານສິລະປະທີ່ຕົນມັກໄດ້.ນອກຈາກນີ້ແລ້ວ ອາຫານຂອງເຜົ່າຈິງພໍ “ງານລ້ຽງໃບຂຽວ” ແມ່ນມີທາດບໍາລຸງແລະດີຕໍ່ສຸຂະພາບຫຼາຍ,ເຊິ່ງຈະນຳປະສົບການອັນໃຫມ່ມາໃຫ້ນັກທ່ອງທ່ຽວໄດ້ສໍາຜັດ.