ຕົ້ນດອກງິ້ວແຄມແມ່ນໍ້ານຸ້ຈ່ຽງຢຸນນານໄດ້ເບັ່ງບານອອກດອກແລ້ວ

2019-02-19 17:28:01 |ມາຈາກ: Yunnan Gateway

ໃນໄລຍະເລີ່ມຕົ້ນຂອງລະດູບານໃໝ່ ທຸກສິ່ງທຸກຢ່າງຕ່າງກໍພາກັນຕື່ນຂຶ້ນຢ່າງມີຊີວິດຊີວາ.ໃນເດືອນກຸມພາ, ພໍດີແມ່ນໄລຍະການເບັ່ງບານຂອງດອກງິ້ວ.ຕາແສງລູ້ຈ່ຽງເຂດຫຼົງຢາງເມືອງປາວຊານແຂວງຢຸນນານທີ່ຕັ້ງຢູ່ຕອນທ້າຍຂອງຮ່ອມພູແມ່ນໍ້ານຸ້ຈ່ຽງ ເຕັມໄປດ້ວຍບັນຍາກາດຂອງລະດູບານໃໝ່.ຢູ່ທີ່ນີ້ ມີດອກໄມ້ທີ່ສວຍງາມ ທ້ອງຟ້າທີ່ແຈ່ມໃສແລະສາຍນໍ້າທີ່ສົດໃສ ບວກກັບມີດອກງິ້ວປະດັບແຕ່ງຢູ່ພາຍໃນ ຈຶ່ງເຮັດໃຫ້ທິວທັດອັນສວຍງາມດັ່ງກ່າວໄດ້ດຶງດູດນັກທ່ອງທ່ຽວແລະຜູ້ມັກຖ່າຍຮູບມາທ່ຽວຊົມກັນຢ່າງບໍ່ໜ້ອຍ.