ສິລະປະກອນດ້ານການຕັດເຈ້ຍ

2019-02-19 17:32:09 |ມາຈາກ: Yunnan Gateway

ພຽງເບິ່ງຮູບພາບພຽງເທື່ອດຽວ,ໃນສະໝອງກໍມີຮູບຮ່າງສະແດງອອກມາຊັດເຈນແລ້ວ, ແລະພຽງຕ້ອງການເວລາບໍ່ພໍເທົ່າໃດນາທີ, ຮູບພາບຂອງການຕັດເຈ້ຍທີ່ມີຊີວິດຊີວາກໍໄດ້ປະກົດຕົວຢູ່ທາງໜ້າຂອງພວກເຮົາແລ້ວ.ສຳລັບນາງ ຕ້ວນຢຸນລີ້ ຜູ້ເປັນສິລະປະກອນດ້ານການຕັດເຈ້ຍມາໄດ້ 40 ກວ່າປີແລ້ວ,ມີດຕັດກໍເໝືອນກັບບິກສໍທີ່ໃຊ້ແຕ້ມ, ອີງຕາມອາລົມຄວາມຮູ້ສຶກຂອງຕົນ, ນາງກໍສາມາດຕັດຮູບພາບທີ່ຕົນເອງນຶກເຖິງໄດ້ອອກມາ.

ຄວາມຮູ້ສຶກແບບນີ້ມາຈາກສີມືການຕັດເຈ້ຍທີ່ສະສົມມາໄດ້ຫຼາຍປີຂອງນາງ, ຍິ່ງມາຈາກຕະກູນການຕັດເຈ້ຍຂອງນາງ.ໂດຍນາງເປັນຜູ້ສືບທອດລຸ້ນທີ 4 ຂອງຕະກຸນ, ທັງເປັນຜູ້ສືບທອດມໍລະດົກວັດທະນະທຳທາງພູມປັນຍານະຄອນຄຸນໝິງນາງຕ້ວນຢຸນລີ້ ຈຶ່ງໄດ້ສຳຜັດການຕັດເຈ້ຍມາຕັ້ງແຕ່ນ້ອຍ.

ຄຽງຄູ່ກັບຄວາມຕ້ອງການຂອງປະຊາຊົນທີ່ນັບມື້ນັບຫຼາກຫຼາຍຂຶ້ນ, ເຈ້ຍທີ່ຕັດເປັນຮູບທິວທັດແລະຮູບສັດທີ່ນາງໄດ້ຕັດອອກມານັ້ນໄດ້ນຳໃຊ້ເຂົ້າໃນສະຖານທີ່ຕ່າງໆ, ຢູ່ເທິງອຸປະກອນຖ້ວຍຈານສາມາດພິມແລະແກະສະຫຼັກຮູບພາບຂອງເຈ້ຍຕັດໄດ້, ຮູບພາບໜຶ່ງສາມາດຫ້ອຍຢູ່ພາຍໃນຫ້ອງດ້ວຍຮູບແບບການຕັດເຈ້ຍ,ບໍ່ວ່າຈະແມ່ນເຄື່ອງນຸ່ງ ໂຕະຕັ່ງ ຫຼືວ່າກະເປົາຫໍ່ຫຸ້ມ ແຕ່ລະບ່ອນສາມາດນຳໃຊ້ຮູບເຈ້ຍຕັດໄດ້ຫມົດ.

ການປະສົມປະສານເຊິ່ງກັນແລະກັນລະຫວ່າງມີດຕັດກັບເຈ້ຍ, ໄດ້ປະກອບເປັນຜົນງານການຕັດເຈ້ຍຫຼາຍຜືນທີ່ມີຮູບແບບທີ່ແຕກຕ່າງກັນແລະເປັນຜົນງານທິວທັດທີ່ສະຫງ່າງາມ, ຜືນເຈ້ຍທີ່ນ້ອຍໆນັ້ນບໍ່ພຽງແຕ່ເປັນບ່ອນເຕົ້າໂຮມຄວາມພະຍາຍາມແລະເຫື່ອແຮງຂອງສິລະປະກອນເທົ່ານັ້ນ, ຍັງເປັນບ່ອນທີ່ໄດ້ສານຕໍ່ການສືບທອດແລະຄວາມຫວັງຂອງຜົນງານສີມືຂອງປະເທດຈີນລະຫວ່າງສະໄໝບູຮານກັບປັດຈຸບັນ.