ຄົນຫຼາຍພັນຄົນຟ້ອນລຳໃນງານບຸນຈົ້ງເກີ່

2019-02-21 16:30:51 |ມາຈາກ: Yunnan Gateway

ໃນວັນທີ 19 ກຸມພາ, ບຸນຈົ້ງເກີ່(ໝາຍເຖິງການເຕົ້າໂຮມກັນເພື່ອຟ້ອນລຳທຳເພງ)ຂອງຊົນເຜົ່າຈິງພໍທີ່ເຂດເມືອງມາງຊື້ປະຈຳປີ 2019 ໄດ້ເປີດສາກແລ້ວ.ປະຊາຊົນຈາກແຕ່ລະຊົນເຜົ່າຂອງກິ່ງແຂວງປົກຄອງຕົນເອງເຜົ່າໄທລື້ແລະເຜົ່າຈິງພໍເຕີຫົງແຂວງຢຸນນານໄດ້ນຸ່ງເຄື່ອງຊົນເຜົ່າອັນສວຍງາມຟ້ອນລຳກັບນັກທ່ອງທ່ຽວແລະແຂກທັງພາຍໃນແລະຕ່າງປະເທດພາຍໃຕ້ສຽງດົນຕີອັນມ່ວນຊື່ນ.

ໂດຍໄດ້ຮັບຮູ້ວ່າ, ບຸນຈົ້ງເກີ່ຄັ້ງນີ້ຈະສືບຕໍ່ຈັດເຖິງວັນທີ 22 ເດືອນກຸມພາ.ພາຍໃນຊ່ວງເວລານີ້,ຈະມີຫຼາຍກິດຈະກຳຈັດຂຶ້ນກໍຄື ການສະເຫຼີມສະຫຼອງບຸນຈົ້ງເກີ່ຢ່າງໃຫຍ່ໂຕມະໂຫລານ ການສະແດງສິລະປະຈາກປະຊາຊົນແຕ່ລະບ້ານແຕ່ລະຕາແສງ ງານລາຕີອ້ອມກອງໄຟສາມັກຄີຂອງແຕ່ລະຊົນເຜົ່າ ງານລາຕີສະເຫຼີມສະຫຼອງຄວາມສາມັກຄີຮ່ວມກັນຂອງຊົນເຜົ່າ ການວາງສະແດງສິນຄ້າວັດທະນະທຳຊົນເຜົ່າແລະກິດຈະກຳອື່ນໆ.