ກິດຈະກຳການຂັບລົດມິດຕະພາບຈີນແລະໄທໄດ້ເລີ່ມຕົ້ນທີ່ນະຄອນຄຸນໝິງ

2019-02-28 18:10:16 |ມາຈາກ: Yunnan Gateway

ເນື່ອງຈາກວ່າຈຸດທີ່ຕັ້ງພູມສາດອັນພິເສດຂອງແຂວງຢຸນນານທີ່ຕັ້ງຢູ່ໃກ້ກັບປະເທດອາຊີອາຄະເນ, ຈຶ່ງໄດ້ອຳນວຍເສັ້ນທາງຫຼາຍເສັ້ນໃຫ້ແກ່ຜູ້ມັກການທ່ອງທ່ຽວດ້ວຍການຂັບລົດໃນຍາມພັກຜ່ອນ.ຫວ່າງມໍ່ໆມານີ້, ກິດຈະກຳການຂັບລົດມິດຕະພາບຈີນແລະໄທ ທີ່ຈັດຕັ້ງໂດຍກົມການທ່ອງທ່ຽວແຫ່ງຊາດປະເທດໄທໄດ້ຈັດພິທີການອອກລົດທີ່ນະຄອນຄຸນໝິງ, ທິມລົດທີ່ມີ 22 ຄັນປະກອບດ້ວຍກົມການທ່ອງທ່ຽວແຫ່ງຊາດຂອງປະເທດໄທ ພະນັກງານດ້ານການທ່ອງທ່ຽວປະເທດໄທແລະອົງການສື່ມວນຊົນຈີນແລະໄທ ໄດ້ເດີນທາງອອກຈາກຄຸນໝິງໄປສູ່ກິ່ງແຂວງປົກຄອງຕົນເອງເຜົ່າມົ້ງ ເຜົ່າຕຸ້ງສຽນຕົ່ງນານແຂວງກຸ້ຍໂຈ່ປະເທດຈີນ,ເລີ່ມຕົ້ນການທ່ອງທ່ຽວດ້ວຍການຂັບລົດລະຫວ່າງແຂວງຢຸນນານກັບແຂວງກຸ້ຍໂຈ່, ເພື່ອຊຸກຍູ້ການແລກປ່ຽນວັດທະນະທຳພາກຕາເວັນຕົກສຽງໃຕ້ຂອງຈີນແລະສາຍພົວພັນມິດຕະພາບລະຫວ່າງຈີນກັບໄທໃຫ້ດີກວ່າເກົ່າ.