ນົກຍູງ 6 ໂຕ “ບິນເຂົ້າ”ມະຫາວິທະຍາໄລຢຸນນານ

2019-03-05 17:04:46 |ມາຈາກ: Yunnan Gateway

ໃນວັນທີ 4 ເດືອນມີນາ, ມີນົກຍູງຈຳນວນ 6 ໂຕໄດ້ກໍ່ເຮືອນຂອງຕົນຢູ່ທີ່ວິທະຍາເຂດເສິງກົ້ງຂອງມະຫາວິທະຍາໄລຢຸນນານຢ່າງເປັນທາງການ.ໂດຍການແນະນຳຂອງພະນັກງານແລ້ວຮູ້ວ່າ ນົກຍູງ 6 ໂຕນີ້ໄດ້ນຳເຂົ້າມາຈາກເມືອງສືຫຼີນແຂວງຢຸນນານ, ພວກມັນຈະຖືກລ້ຽງຊົ່ວຄາວຢູ່ທີ່ນີ້, ສຳລັບອາຫານທີ່ໃຊ້ລ້ຽງແຕ່ລະມື້ສ່ວນຫຼາຍແມ່ນປະເພດເຂົ້າແລະຫຍ້າ, ຫຼັງຈາກທີ່ນົກຍູງເຫຼົ່ານີ້ໄດ້ລຶ້ງເຄີຍກັບສິ່ງແວດລ້ອມໃໝ່ແລ້ວອາດຈະລ້ຽງແບບປ່ອຍພາຍໃນມະຫາວິທະຍາໄລ.