ເຂດທິວທັດພູເຈີໄຮແຂວງຢຸນນານ ມີຈອມພູທີ່ສວຍສົດງົດງາມ

2019-03-05 17:10:05 |ມາຈາກ: Yunnan Gateway

ເຂດທິວທັດພູເຈີໄຮເມືອງຊິວເປີຍກິ່ງແຂວງເວີນຊານແຂວງຢຸນນານຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ .ເຊິ່ງເປັນບ້ານອູ່ເຂົ້າອູ່ປາບ້ານໜຶ່ງທີ່ມີທິວທັດທຳມະຊາດອັນສວຍງາມ.ຈອມພູຂອງເຂດພູເຈີໄຮເປັນທິວທັດອັນສວຍງາມພາຍໃຕ້ການສ່ອງແສງຂອງແສງຕາເວັນໃນລະດູການທີ່ແຕກຕ່າງກັນ, ໂດຍສະເພາະໃນຍາມຕາເວັນຂຶ້ນແລະຕາເວັນຕົກ ທິວທັດຂອງມັນງົດງາມຈົນຫນ້າຫລົງໄຫລ.