ງານເທດສະການອາຫານວ່າງ ເມືອງເວີຍຊານຕ້າຫຼີແຂວງຢຸນນານປະເທດຈີນຈະເປີດສາກໃນວັນທີ 12

2019-03-06 15:29:41 |ມາຈາກ: Yunnan Gateway

ໃນລະຫວ່າງວັນທີ 12 ຫາ 18 ມີນາ(ວັນຂຶ້ນ 6ຫາ 12 ຄໍ່າເດືອນ 2ຕາມປະຕິທິນຈັນທະຄະຕິຈີນ), ບຸນໄຫວ້ບັນພະບູລຸດຂອງຊົນເຜົ່າຢີຊົນຊາດຈີນປະຈຳປີ 2019 ແລະງານເທດສະການອາຫານວ່າງ ເມືອງເວີຍຊານຕ້າຫຼີແຂວງຢຸນນານປະເທດຈີນຄັ້ງທີ 9 ຈະເປີດສາກທີ່ເມືອງວັດທະນະທຳປະຫວັດສາດທີ່ມີຊື່ສຽງຂອງຈີນຢ່າງຄຶກຄື້ນ.ງານເທດສະການອາຫານວ່າງຂອງປີນີ້ຈະຈັດແຈງຮ້ານຂາຍເຄື່ອງຈຳນວນ 22 ຮ້ານທີ່ສະໜາມຫຼັກຂອງເມືອງບູຮານເວີຍຊານໂດຍສະເພາະ ແລະຈະເຊີນຮ້ານຂາຍອາຫານວ່າງ 22 ຮ້ານທີ່ມີເຍື່ອງອາຫານທີ່ເປັນສີສັນທ້ອງຖິ່ນຂອງເມືອງເວີຍຊານມາເຂົ້າຮ່ວມ ເພື່ອສ້າງເປັນຖະໜົນອາຫານວ່າງອັນປານີດ.

ຕັ້ງແຕ່ໄດ້ຈັດງານເທດສະການອາຫານວ່າງເມືອງເວີຍຊານຄັ້ງທີ່ໜຶ່ງໃນປີ 2011 ເປັນຕົ້ນມາ,ເຊິ່ງງານນີ້ໄດ້ສືບຕໍ່ຈັດຂຶ້ນມາເປັນຄັ້ງທີ 9 ແລ້ວ.ໂດຍໄດ້ຮັບຮູ້ວ່າ ງານເທດສະການອາຫານວ່າງຄັ້ງນີ້ຈະມີລາຍການອາຫານວ່າງເກືອບ 100 ເຍື່ອງ ,ມີແຕ່ອາຫານເຍື່ອງທີ່ທ່ານຈະຄິດບໍ່ເຖິງ ແຕ່ທ່ານຈະໄດ້ຊິມອາຫານທຸກເຍື່ອງແນ່ນອນ!