ງານການທ່ອງທ່ຽວວັດທະນະທຳດອກຊາກຸລະຄັ້ງທຳອິດຂອງເມືອງຢີແຫຼງແຂວງຢຸນນານໄດ້ເປີດສາກແລ້ວ

2019-03-07 17:01:58 |ມາຈາກ: Yunnan Gateway

ໃນວັນທີ 6 ເດືອນມີນາ, ງານການທ່ອງທ່ຽວວັດທະນະທຳດອກຊາກຸລະຄັ້ງທຳອິດຂອງເມືອງຢີແຫຼງແຂວງຢຸນນານໄດ້ເປີດສາກທີ່ຮ່ອມພູດອກຊາກຸລະເມືອງຢີແຫຼງນະຄອນຄຸນໝິງ.ພາຍໃນຮ່ອມພູ,ມີດອກຊາກຸລະຈຳນວນ 60 ກວ່າຊະນິດແລະເປັນຈຳນວນ 8 ແສນກວ່າຕົ້ນ, ສາມາດເວົ້າໄດ້ວ່າເປັນງານລ້ຽງອາຫານຕາອັນໃຫຍ່ໂຕມະໂຫລານ.ດອກຊາກຸລະເຫຼົ່ານີ້ພາກັນເບັ່ງບານອອກມາຢ່າງຟົດຟື້ນ, ເຊິ່ງໄດ້ດຶງດູດນັກທ່ອງທ່ຽວຫຼາຍຄົນມາທ່ຽວຊົມກັນ.

ໂດຍໄດ້ຮັບຮູ້ວ່າ “ຮ່ອມພູດອກຊາກຸລະເມືອງຢີແຫຼງ” ແຫ່ງດັ່ງກ່າວ,ຕັ້ງຢູ່ຫຼັງຊຸມຊົນຄວງຢວນເມືອງຢີແຫຼງນະຄອນຄຸນໝິງ, ຫ່າງກັບເຂດຕົວເມືອງຢີແຫຼງ 9 ກິໂລແມັດ ແລະມີພື້ນທີ່ທັງໝົດ 253 ກວ່າເຮັກຕາ.ພາຍໃນສວນມີຊະນິດດອກຊາກຸລະ 60 ກວ່າຊະນິດ, ເຊິ່ງກໍເປັນສະຖານທີ່ພື້ນຖານການປູກຝັງຕົ້ນດອກຊາກຸລະທີ່ໃຫຍ່ທີ່ສຸດພາຍໃນທົ່ວແຂວງຢຸນນານ,ທັງເປັນເຂດສວນຊົນນະບົດເພື່ອການພັກຜ່ອນຢ່ອນໃຈແລະການທ່ອງທ່ຽວທີ່ມີບົດບາດທາງການປູກຝັງ ການຈຳໜ່າຍ ການຄົ້ນຄວ້າແລະການຊົມຕົ້ນຊາກຸລະ.