ທິວທັດອັນສວຍງາມຂອງມູນເຊື້ອວັດທະນະທຳ--ໃບເຈ້ຍໂຊຊົວເຖີງຊົງ

2019-03-13 17:20:43 |ມາຈາກ: Yunnan Gateway

ບ້ານຊີນຫົວຕາແສງເຈີຍຖົວເມືອງເຖີງຊົງແຂວງຢຸນນານທີ່ຕັ້ງຢູ່ຮ່ອມພູທິດຕາເວັນຕົກພູເກົາລີ,ໃນປັດຈຸບັນ,ຍັງໃຊ້ວິທະຍາການເກົ່າແກ່ໃນການເຮັດໃບເຈ້ຍ,ຄົນທ້ອງຖິ່ນເອີ້ນວ່າໃບເຈ້ຍໂຊຊົວເຖີງຊົງ.

ຂັ້ນຕອນການຜະລິດໃບເຈ້ຍໂຊຊົວມີຫຼາກຫຼາຍຂັ້ນຕອນ,ຜະລິດໃບເຈ້ຍໃບໜຶ່ງຕ້ອງຜ່ານຂັ້ນຕອນການຜະລິດ72ຂັ້ນຕອນຄືແຊ່ນ້ຳວັດຖຸດິບ,ຫຸງວັດຖຸດິບ,ລ້າງວັດຖຸດິບ,ຕາກວັດຖຸດິບແລະອື່ນໆ,ໃບເຈ້ຍໂຊຊົວມີສີຂາວແລະສີທຳມະຊາດຂອງໃບເຈ້ຍ.

ອີງຕາມຂໍ້ມູນ,ໃນປັດຈຸບັນ,ຕາແສງເຈີຍຖົວຍັງມີ 20ກວ່າຄອບຄົວທີ່ຍັງຮັກສາຂັ້ນຕອນການຜະລິດທີ່ເກົ່າແກ່ນີ້ໄວ້ຢ່າງຄົບຖ້ວນ.ຂັ້ນຕອນການຜະລິດນີ້ເຮັດໃຫ້ຄົນໃນບ້ານມີລາຍຮັບເພີ່ມຂຶ້ນແລະກາຍເປັນພາບທິວທັດອັນສວຍງາມຂອງມູນເຊື້ອວັດທະນະທຳ.