ເຄື່ອງນຸ່ງວັດທະນະທຳຊົນເຜົ່າເມືອງພູເອີໄດ້ຮັບການສະແດງ ໃນສັບປະດາແຟຊັນສາກົນຈີນ

2019-03-27 16:28:15 |ມາຈາກ: Yunnan Gateway

ວັນທີ 26 ມີນາ,ງານຖະແຫລງຂ່າວສັບປະດາແຟຊັນສາກົນຈີນປີ2019“ວັດທະນະທຳທີ່ນຸ່ງເທິງຮ່າງກາຍ” ເປີດຂຶ້ນທີ່ປັກກິ່ງ. ໃນນັ້ນ“ງານວາງສະແດງວັດທະນະທຳເຄື່ອງນຸ່ງຊົນເຜົ່າເມືອງພູເອີ” ເປັນໜຶ່ງໃນກິດຈະກຳຂອງ “ສັບປະດາໂຄສະນາຕໍ່ຕ່າງປະເທດຂອງເມືອງພູເອີທີ່ປັກກິ່ງປີ2019”,ເຊິ່ງຈະສະແດງວັດທະນະທຳເຄື່ອງນຸ່ງຊົນເຜົ່ານ້ອຍຄືຊົນເຜົ່າຢີ,ລື້,ຫານີແລະອື່ນໆທີ່ດຳລົງຊິວິດຢູ່ເມືອງພູເອີ.“ວັດທະນະທຳທີ່ນຸ່ງເທິງຮ່າງກາຍ”ເປັນການສະແດງເພື່ອສະແດງຄວາມນັບຖືຕໍ່ວັດທະນະທຳເຄື່ອງນຸ່ງຊົນເຜົ່າທີ່ຫລາກຫຼາຍ,ເປັນການປະສົມປະສານກັນຂອງວັດທະນະທຳຊົນເຜົ່າແລະແຟຊັນ,ຊຸກຍູ້ການພັດທະນາວັດທະນະທຳເຄື່ອງນຸ່ງຊົນເຜົ່າ56 ຊົນເຜົ່າຂອງຈີນ.