ນາງ ລີ້ຊາງເຈີ່ງ ຜູ້ສືບທອດການຕັດຫຍິບເຄື່ອງນຸ່ງເຜົ່າຢີ

2019-04-01 18:47:28 |ມາຈາກ: Yunnan Gateway

ນາງ  ລີ້ຊາງເຈີ່ງ ເປັນຜູ້ສືບທອດການຕັດຫຍິບເຄື່ອງນຸ່ງເຜົ່າຢີ,ນາງເກີດໃນເດືອນ ທັນວາ ປີ1975 ທີ່ບ້ານຊູ້ອູລາເມືອງຊ່ານຖາຍດ້າເຢົາກິ່ງແຂວງຊູຊົງແຂວງຢຸນນານ,ອາຍຸ 7 ປີກໍ່ເລີ່ມຮຽນຮູ້ທັກສະການຕັດຫຍິບ,ຍ້ອນວ່າມີຄວາມຮັກມັກໃນການຕັດຫຍິບ,ນາງກໍ່ໄປຢ້ຽມຢາມຜູ້ເຖົ້າທີ່ເພິ່ນມີສີມືໃນການຕັດຫຍິບ,ຮ່ຳຮຽນເອົາສິລະປະການຕັດຫຍິບຢ່າງອົດທົນ, ເຮັດໃຫ້ສີມືການຕັດຫຍິບຂອງນາງນັບມື້ນັບດີຂຶ້ນ.ເມື່ອອາຍຸ 17 ປີ,ນາງ ລີ້ຊາງເຈີ່ງ ອອກຈາກຊົນນະບົດໄປຕົວເມືອງເພື່ອເປັນນັກສະແດງທີ່ສະແດງສີມືຕັດຫຍິບເຄື່ອງນຸ່ງເຜົ່າຢີ.ເດືອນ ພຶດສະພາ ປີ2008,ເພື່ອສືບທອດ ແລະ ປົກປັກຮັກສາວັດທະນະທຳການຕັດຫຍິບເຄື່ອງນຸ່ງເຜົ່າຢີ,ສ້າງບຸກຄະລາກອນຕັດຫຍິບເຄື່ອງນຸ່ງເຜົ່າຢີ,ນາງ ລີ້ຊາງເຈີ່ງ ກໍ່ໄດ້ເປີດບໍລິສັດຢີຊົວຖ່ຽນຕີຢຸນນານຈຳກັດທີ່ຕາແສງເກົ່າຊົນເຜົ່າຢີຊູຊົງ,ໃນປີມໍ່ໆມານີ້,ນາງ ລີ້ຊາງເຈີ່ງ ຝຶກອົບຮົມຊ່າງຕັດຫຍິບເຄື່ອງນຸ່ງເຜົ່າຢີເປັນຈຳນວນຫຼາຍ,ໄດ້ນຳພາໃຫ້ຜູ້ຍິງ 2000 ກວ່າຄົນມີລາຍໄດ້ທີ່ເພີ່ມຂຶ້ນ.ການຕັດຫຍິບເຄື່ອງນຸ່ງເຜົ່າຢີຂອງ "ຢີຊົວຖ່ຽນຕີ" ແມ່ນໄດ້ຮັບຄວາມນິຍົມຢູ່ພາຍໃນ ແລະ ຕ່າງປະເທດ,ແລະໄດ້ຮັບຄວາມນິຍົມຊົມຊອບຫຼາຍຈາກບັນດາຜູ້ຊົມໃຊ້.