ບ້ານບານຈ່ຽງແຂວງຢຸນນານ:ໂຄງການວັດທະນະທຳແລະທ່ອງທ່ຽວແບບໃໝ່ຊ່ວຍບ້ານບູຮານຫຼຸດຜ່ອນຄວາມທຸກຍາກ

2019-04-10 16:45:40 |ມາຈາກ: 新华网

ບ້ານບານຈ່ຽງເມືອງກວາງນານກິ່ງແຂວງເວີນຊານແຂວງຢຸນນານເປັນບ້ານທີ່ມີປະຫວັດສາດຫຼາຍຮ້ອຍປີ.ບ້ານແຫ່ງນີ້ໄດ້ຖືກຈັດເຂົ້າເປັນລາຍຊື່ບ້ານມູນເຊື້ອຂອງຈີນ.ຫຼາຍປີທີ່ຜ່ານມາ,ບ້ານນີ້ຕັ້ງຢູ່ເຂດພູດອຍແລະການຂົນສົ່ງທີ່ບໍ່ສະດວກເຮັດໃຫ້ບ້ານມີຄວາມທຸກຍາກ.ປີ2017,ບ້ານຖືກຈັດເຂົ້າໂຄງການວັດທະນະທຳແລະທ່ອງທ່ຽວແບບໃໝ່ເຊິ່ງເປັນໂຄງການປະສົມປະສານຮ່ວມກັນລະຫວ່າງບ້ານພັກ,ວັດທະນະທຳປະດິດສ້າງແລະການທ່ອງທ່ຽວ,ເຮັດໃຫ້ຕຶກອາຄານດັ້ງເດີມຂອງບ້ານ,ປະເພນີ,ງານບຸນ,ສີມືແລະອື່ນໆກາຍເປັນຜະລິດຕະພັນວັດທະນະທຳທີ່ມີຄຸນະພາບອັນໂດດເດັ່ນ.ເຊິ່ງໄດ້ກາຍເປັນເສັ້ນທາງໃຫມ່ທີ່ຊ່ວຍໃຫ້ບ້ານຫຼຸດຜ່ອນຄວາມທຸກຍາກແລະສ້າງຄວາມຮັ່ງມີ.