ມາເບິ່ງ“ທະເລ”ທີ່ຢຸນນານ

2019-04-11 17:18:49 |ມາຈາກ: Yunnan Gateway

ໜອງໂຫຼໂກ່

ໜອງໂຫຼໂກ່ເປັນໜອງທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລທີ່ສຸດໃນແຂວງຢຸນນານ,ເປັນໜອງນ້ຳທີ່ມີຄວາມເລິກເປັນອັນດັບທີສາມຂອງຈີນ.ອ້ອມຂ້າງຂອງໜອງໂຫຼໂກ່ເປັນທີ່ຢູ່ອາໄສຂອງຄົນໝໍຊໍ,ຊົນເຜົ່າຢີ,ຊົນເຜົ່າພູມີ.ສະພາບແວດລ້ອມທໍາມະຊາດທີ່ສວຍງາມແລະຮີດຄອງປະເພນີທີ່ມະຫັດສະຈັນເຮັດໃຫ້ທີ່ນີ້ເປັນເຂດທ່ອງທ່ຽວທີ່ມີຊື່ສຽງ.