ເມືອງຊີມອງແຂວງຢຸນນານ: ຄວາມສ້າງສັນຂອງຫັດຖະກຳຕ່ຳແຜ່ນຊົນເຜົ່າຊ່ວຍຊາວບ້ານຊົນເຜົ່າວາການມີລາຍຮັບເພີ່ມຂຶ້ນ

2019-05-30 18:07:26 |ມາຈາກ: 新华网

ວັນທີ 28 ພຶດສະພາ, ຫໍ“ພາບປະທັບໃຈຊີມອງ”ແມ່ນຫໍສຳຜັດເຄື່ອງນຸ່ງຫັດຖະກຳຊົນເຜົ່າວາ ຢູ່ບ້ານຢ່າງລົດຕາແສງມ້ອງຊໍ, ເຊິ່ງມີນາງ ນານາບານ ຜູ້ຍິງຊົນເຜົ່າວາກຳລັງຕ່ຳແຜ່ນຢູ່. ການຕ່ຳແຜ່ນຂອງຊົນເຜົ່າ ໃນເມືອງປົກຄອງຕົນເອງຊົນເຜົ່າວາຊີມອງ ນະຄອນພູເອີແຂວງຢຸນນານແມ່ນມີລັກສະນະ “ມູນເຊື້ອວັດທະນະທຳຊົນເຜົ່າ ສົ່ງເສີມການແນະນຳຊີມອງທີ່ມີສີສັນ”, ຜະລິດຕະພັນຕົ້ນຕໍທີ່ຕ່ຳດ້ວຍມືມີເຄື່ອງນຸ່ງຊົນເຜົ່າ, ຜ້າບ່ຽງ, ຜ້າພົມແລະອື່ນໆ, ຜະລິດຕະພັນເຫລົ່ານີ້ຈຳໜ່າຍຢູ່ປະເທດຈີນແລະຕ່າງປະເທດ. ບ້ານຢ່າງລົດ ຕາແສງມ້ອງຊໍ ເມືອງຊີມອງ ຊຸກຍູ້ສິລະປະດັ້ງເດີມຂອງບ້ານໃນການພັດທະນາເສດຖະກິດຫັດຖະກຳຂອງຊົນເຜົ່າ, ຫໍ“ພາບປະທັບໃຈຊີມອງ”ແມ່ນຫໍສຳຜັດເຄື່ອງນຸ່ງຫັດຖະກຳຊົນເຜົ່າວາທີ່ສະຫນອງການຝຶກອົບຮົມໃຫ້ແກ່ຊາວບ້ານ, ເຊິ່ງຊ່ວຍຊາວບ້ານຊົນເຜົ່າວາໃຫ້ມີວຽກເຮັດງານທຳແລະເປັນການເພີ່ມລາຍໄດ້ໃຫ້ແກ່ຊາວບ້ານທ້ອງຖິ່ນ.