ງານເທດສະການເບຍມິວນິກ(Germany)ເປີດຂຶ້ນແລ້ວໃນນະຄອນຄຸນໝິງ

2019-07-04 15:37:10 |ມາຈາກ: 云南网

ວັນທີ 3 ເດືອນກໍລະກົດ, “ງານເທດສະການເບຍມິວນິກ--ໄປທ່ຽວຄຸນໝິງ” ຄັ້ງທີ 3 ໄດ້ເປີດຂຶ້ນແລ້ວໃນນະຄອນຄຸນໝິງ. ກິດຈະກຳຄັ້ງນີ້ຈະມີຮອດວັນທີ 16 ເດືອນກໍລະກົດ. ໃນສະຖານທີ່ຈັດກິດຈະກຳມີເບຍເຢຍລະມັນ, ການສະແດງວົງດົນຕີຂອງເຢຍລະມັນ, ອາຫານຈີນ ແລະ ອາຫານຕ່າງປະເທດ. ງານເທດສະການເບຍມິວນິກດຶງດູດຊາວເມືອງຄຸນໝິງ ແລະ ນັກທ່ອງທ່ຽວກວ່າ 200000 ຄົນມາທ່ຽວຫຼິ້ນຢູ່ທີ່ນີ້. ຮອດປັດຈຸບັນ, ງານເທດສະການເບຍມິວນິກກາຍເປັນຍີ່ຫໍ້ທີ່ມີຊື່ສຽງໃນການສົ່ງເສີມການແລກປ່ຽນວັດທະນະທຳຈີນ ແລະ ເຢຍລະມັນ, ການສະແດງຮີດຄອງປະເພນີຂອງຕ່າງປະເທດ, ຊຸກຍູ້ການພັດທະນາຂະແໜງການປະດິດສ້າງວັດທະນະທຳນະຄອນຄຸນໝິງ.