ເມືອງຢວນມົວແຂວງຢຸນນານ: ຜົນເກັບກ່ຽວອັນອຸດົມສົມບູນໃນງານບຸນໝາກຄາຍແລະໝາກໝັ້ນ

2019-07-16 17:25:15 |ມາຈາກ: 新华网

ວັນທີ 13 ກໍລະກົດ, ໝາກຄາຍ ແລະ ໝາກໝັ້ນເທິງເນື້ອທີ່ 1500 ມູ້ຂອງ ເມືອງຊີນຫົວຢວນມົວ ກິ່ງແຂວງປົກຄອງຕົນເອງຊົນເຜົ່າຢີຊູຊົງ ແຂວງຢຸນນານໄດ້ສຸກແລ້ວ. ງານບຸນໝາກຄາຍໝາກໝັ້ນແລະງານບຸນການທ່ອງທ່ຽວວັດທະນະທຳຊົນນະບົດຄັ້ງທີ 2 ເມືອງຊີນຫົວ·ຢວນມົວ ປີ2019 ໄດ້ຈັດຂຶ້ນໃນເມືອງຊີນຫົວ. ໃນມື້ນັ້ນ, ຊາວເມືອງທ້ອງຖິ່ນແລະນັກທ່ອງທ່ຽວເກັບໝາກຄາຍແລະໝາກໝັ້ນໃນສວນໝາກໄມ້, ຮ່ວມກັນສະເຫຼີມສະຫຼອງງານບຸນທ່ອງທ່ຽວວັດທະນະທໍາໝາກຄາຍໝາກໝັ້ນໃນຊົນນະບົດ.