ບຸນທວນໄຟສາກົນເມືອງອວຍຊານແຂວງຢຸນນານປີ 2019 ເລີ່ມຂຶ້ນແລ້ວ

2019-07-30 17:40:01 |ມາຈາກ: 云南日报

ບຸນທວນໄຟເປັນປີໃໝ່ຂອງຊົນເຜົ່າຢີ, ເປັນງານບຸນພື້ນເມືອງອັນສຳຄັນທີ່ສຸດຂອງຊົນເຜົ່າຢີ, ເຊິ່ງມີການສະເຫລີມສະຫລອງເປັນເວລາ 3 ມື້. ບຸນທວນໄຟໃນພາສາຊົນເຜົ່າຢີເອີ້ນວ່າ“ຄູສີ”, ເມື່ອຮອດວັນບຸນ, ຊາວເມືອງຊົນເຜົ່າຢີທີ່ອາໄສຢູ່ເມືອງປົກຄອງຕົນເອງຊົນເຜົ່າຫຸຍຊົນເຜົ່າຢີອວຍຊານ ກິ່ງແຂວງປົກຄອງຕົນເອງຊົນເຜົ່າປາຍຕ້າຫຼີຈະຮ່ວມກັນສະເຫຼີມສະຫຼອງບຸນທວນໄຟ, ເພື່ອເປັນການສະແດງເຖິງຄວາມຫວັງແລະຄວາມປາດຖະໜາຕໍ່ຊີວິດອັນສວຍງາມ.

ວັນທີ 27 ເດືອນ ກໍລະກົດແມ່ນຖືກກັບວັນທີ 25 ເດືອນຫົກຕາມປະຕິທິນຈັນທະຄະຕິຂອງຈີນ, ພິທີເປີດບຸນທວນໄຟສາກົນເມືອງອວຍຊານແຂວງຢຸນນານປີ 2019ໄດ້ຈັດຂຶ້ນໃນເມືອງບູຮານອວຍຊານຕ້າຫຼີ, ກິດຈະກຳຄັ້ງນີ້ຈະສະເຫລີມສະຫລອງເປັນເວລາ 3 ມື້, ໃນລະຫວ່າງນີ້, ຈະມີການເຄື່ອນໄຫວສະເຫຼີມສະຫຼອງກິດຈະກຳອັນອຸດົມສົມບູນ.