ງານບຸນໝາກໄມ້ຂອງແຖບຮ້ອນເກົ້າຈວາງຊີຊວາງຈິງຄັ້ງທຳອິດເປີດຂຶ້ນແລ້ວ

2019-08-01 17:47:41 |ມາຈາກ: 新华网

ວັນທີ 26 ກໍລະກົດ,ງານບຸນໝາກໄມ້ຂອງແຖບຮ້ອນເກົ້າຈວາງຊີຊວາງຈິງຄັ້ງທຳອິດໃນກິ່ງແຂວງສິບສອງພັນນາໄດ້ເປີດຂຶ້ນແລ້ວ.ກິດຈະກຳຄັ້ງນີ້ໄດ້ມີການເຊື້ອເຊີນຜູ້ແທນທີ່ເປັນຊາວສວນປູກໝາກໄມ້ຈາກ 14 ເຂດ ແລະ ຊາວສວນປູກໝາກໄມ້ 16 ຄອບຄົວທີ່ມາຈາກເມືອງຈິງຫົງ ກິ່ງແຂວງສິບສອງພັນນາເພື່ອເຂົ້າຮ່ວມງານບຸນດັ່ງກ່າວ. ກິດຈະກຳຄັ້ງນີ້ບໍ່ພຽງແຕ່ເປັນການສົ່ງເສີມການຂະຫຍາຍທຸລະກິດການຜະລິດຂອງຊາວສວນປູກໝາກໄມ້,ແຕ່ຍັງເຮັດໃຫ້ນັກທ່ອງທ່ຽວໄດ້ສຳພັດກັບໝາກໄມ້ຫລາຍຫລາຍປະເພດຂອງແຖບຮ້ອນ,ເຄິ່ງແຖບຮ້ອນ.