ບ້ານກູເຊີງກິ່ງແຂວງຕ້າຫຼີ

2019-08-06 18:07:55 |ມາຈາກ: 云南网

ບ້ານກູເຊີງແມ່ນບ້ານຊົນເຜົ່າປາຍທີ່ມີປະຫວັດສາດ 2000 ກວ່າປີໃນກິ່ງແຂວງຕ້າຫຼີ, ໃນນີ້ມີເຮືອນບູຮານເກົ່າແກ່, ຖະໜົນສະອາດແລະກະທັດຮັດ, ບ້ານນີ້ມີສະຖານທີ່ຫລາຍແຫ່ງທີ່ມີປະຫວັດສາດຍາວນານເຊິ່ງມີ ຂົວບູຮານ, ວັດບູຮານ, ຕົ້ນໄມ້ບູຮານ, ເວທີລະຄອນບູຮານ. ໃນປີມໍ່ໆມານີ້, ບ້ານກູເຊີງໄດ້ເພີ່ມທະວີການປົກປັກຮັກສາ ແລະ ປົວແປງສິ່ງແວດລ້ອມ, ເຮັດໃຫ້ສະພາບແວດລ້ອມຂອງບ້ານໄດ້ຮັບການປັບປຸງຕື່ມອີກ. ພູຜາປ່ຽນເປັນສີຂຽວ, ນ້ຳກໍກາຍເປັນສີໃສ, ຖະໜົນ ແລະ ຮ່ອມພູກໍ່ມີຄວາມສວຍງາມ, ບ້ານກູເຊີງທີ່ເຕັມໄປດ້ວຍຊີວິດຊີວາໄດ້ດຶງດູດນັກທ່ອງທ່ຽວຈຳນວນຫຼາຍມາທ່ຽວຊົມ.