ການເປີດງານກິລາຊາວໜຸ່ມທົ່ວປະເທດຈີນ ຄັ້ງທີສອງ

2019-08-09 15:51:00 |ມາຈາກ: 新华网

ວັນທີ 8 ສິງຫາ, ພິທເປີດງານກິລາຊາວໜຸ່ມທົ່ວປະເທດຈີນ ຄັ້ງທີ 2 ໄດ້ຈັດຂຶ້ນຢູ່ທີ່ສະໜາມກິລາ “ຫົງເຕີງຫລົງ” ຂອງສູນກາງກິລາຊານຊີ ນະຄອນໄທ້ຢວນ ແຂວງຊານຊີ. ງານກິລາຊາວໜຸ່ມທົ່ວປະເທດຈີນຄັ້ງນີ້ ລວມມີ 49 ລາຍການໃຫຍ່, ລວມເອົາ 37 ລາຍການກິລາລະດູຮ້ອນ, 5 ລາຍການກິລາລະດູໜາວ, ແລະ 7 ລາຍການລວມທຸກປະເພດ, ເຊິ່ງທັງໝົດລວມມີ 1.868 ລາຍການ. ງານກິລາຄັ້ງນີ້ມີ 34 ຄະນະຜູ້ແທນແຈ້ງລາຍຊື່ເຂົ້າຮ່ວມ, ເຊິ່ງລວມທັງເຂດປົກຄອງພິເສດຮົງກົງ ແລະມາກາວ, ຈຳນວນຄົນທັງໝົດຂອງຄະນະຜູ້ແທນມີ 45.210 ຄົນ.