ຫໍວັດທະນະທຳ 3 ແຫ່ງເປັນສິ່ງປຸກສ້າງທີ່ມີເອກະລັກຂອງຄຸນໝິງ

2019-08-16 17:29:22 |ມາຈາກ: 云南日报

ຫໍພິພິທະພັນແຂວງຢຸນນານ, ຫໍລະຄອນໃຫຍ່ແຂວງຢຸນນານ ແລະ ຫໍພິພິທະພັນສິລະປະວັນນະຄະດີແຂວງຢຸນນານຕັ້ງຢູ່ຖະໜົນກວາງຟູນະຄອນຄຸນໝິງ, ສິ່ງປຸກສ້າງທັງສາມແຫ່ງເປັນສະຖານທີ່ແຫ່ງສິລະປະວັດທະນະທຳທີ່ມີຮູບແບບຄືໂຕໜັງສືພາສາຈີນພິນ(品). ໃນແຕ່ລະປີ, ແຕ່ລະລະດູ, ແຕ່ລະເດືອນ, ຈະມີກິດຈະກຳການສະແດງສິລະປະວັດທະນະທຳທີ່ອຸດົມສົມບູນຫລາກຫຼາຍຈັດຂຶ້ນຢູ່ໃນນີ້, ເຊິ່ງດຶງດູດຊາວເມືອງຈຳນວນຫຼາຍເຂົ້າຮ່ວມ, ຫໍວັດທະນະທຳ 3 ແຫ່ງນີ້ໄດ້ກາຍເປັນສິ່ງປຸກສ້າງທີ່ມີເອກະລັກຂອງຄຸນໝິງ.