ຮີດຄອງປະເພນີການທ່ອງທ່ຽວວັດທະນະທຳແຂວງຢຸນນານສະແດງມົນສະເໜ່ທີ່ຊຽງໄຮ

2019-08-19 17:43:44 |ມາຈາກ: 云桥网

ວັນທີ 16-23 ສິງຫາ,ກິດຈະກຳແນະນຳ ແລະ ໂຄສະນາການທ່ອງທ່ຽວວັດທະນະທຳນະຄອນຄຸນໝິງ ແຂວງຢຸນນານ ປີ2019 ໄດ້ຈັດຂຶ້ນໃນຕະຫຼາດສວນຢີຊຽງໄຮ.ໃນລະຫວ່າງເວລາຫນຶ່ງອາທິດ,ການສະແດງວັດທະນະທຳດ້ານເພັງ ແລະ ການເຕັ້ນ, ອາຫານ , ມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ ແລະ ອື່ນໆຂອງແຂວງຢຸນນານ ໄດ້ມີຂຶ້ນຢູ່ຕະຫຼາດສວນຢີຊຽງໄຮ, ເພື່ອສະແດງສະເໜ່ຂອງການທ່ອງທ່ຽວວັດທະນະທຳແຂວງຢຸນນານໃຫ້ຊາວເມືອງຊຽງໄຮ ແລະ ນັກທ່ອງທ່ຽວໄດ້ຮັບຊົມ.

ອີງຕາມຂໍ້ມູນ,ໃນລະຫວ່າງກິດຈະກຳ, ການສະແດງເພງແລະເຕັ້ນຂອງຊົນເຜົ່າຢຸນນານທີ່ມີສີສັນໄດ້ສະແດງຕິດຕໍ່ກັນ 16 ຄັ້ງໃນຕະຫຼາດສວນຢີຊຽງໄຮ.ນອກຈາກນີ້, ຍັງມີເຄື່ອງຫັດຖະກຳ ແລະ ອາຫານທີ່ຜະລິດຈາກດອກໄມ້ເຊັ່ນ: ສະບູ, ຊາດອກໄມ້, ແລະ ເຂົ້າໜົມໄຫວ້ພະຈັນໄສ້ຫມູແຮມແບບຢຸນນານ, ເຂົ້າໜົມດອກໄມ້ສົດ, ແລະ ອື່ນໆ,ເຊິ່ງໄດ້ດຶງດູດນັກທ່ອງທ່ຽວມາຊົມເບີ່ງ ແລະ ເລືອກຊື້.

ໃນລະຫວ່າງງານກິດຈະກຳຄັ້ງນີ້,ນະຄອນຄຸນໝິງກໍ່ໄດ້ຈັດກອງປະຊຸມແນະນຳແລະສົ່ງເສີມການລົງທືນດ້ານການທ່ອງທ່ຽວວັດທະນະທຳຢູ່ນະຄອນຊຽງໄຮ.