ຊາວເມືອງນະຄອນຄຸນໝິງຫລິ້ນກິລາເພື່ອມ່ວນຊື່ນໃນເວລາພັກຜ່ອນ

2019-10-08 18:07:46 |ມາຈາກ: 云南网

ຄຽງຄູ່ກັບການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ, ແນວຄິດໃນການດຳລົງຊີວິດເພື່ອສຸຂະພາບທີ່ແຂງແຮງໄດ້ຄ່ອຍໆຊຶມເຂົ້າໄປໃນຫົວໃຈຂອງປະຊາຊົນ. ຊາວເມືອງຫຼາຍຄົນເລືອກການຫລິ້ນກິລາອອກກຳລັງກາຍເພື່ອຄວາມມ່ວນຊື່ນໃນເວລາພັກຜ່ອນ, ໃນລະຫວ່າງວັນພັກຂອງການສະເຫຼີມສະຫຼອງວັນຊາດຈີນ, ປະຊາຊົນນະຄອນຄຸນໝິງໄດ້ເລືອກທີ່ຈະໄປຂີ່ລົດຖີບນັບມື້ນັບຫຼາຍຂື້ນ, ຍ່າງຫຼືຫຼີ້ນກິລາຕີດອກປີກໄກ່, ກິລາປິງປອງ ແລະ ອື່ນໆເພື່ອເປັນການໃຊ້ເວລາພັກຜ່ອນຢ່າງມີຊີວິດຊີວາ.