ນະຄອນຊູ່ຈິ້ງແຂວງຢຸນນານ: ຝີມືແມ່ບ້ານຂອງບ້ານທວນເຈີຍ

2019-10-17 17:30:46 |ມາຈາກ: 新华网

ໃນເດືອນມັງກອນປີ 2018, ບ້ານທວນເຈີຍ ນະຄອນຊູ່ຈິ້ງ ແຂວງຢຸນນານ ໄດ້ສ້າງຕັ້ງສະຫະກອນ "ຝີມືແມ່ບ້ານ" ເພື່ອສົ່ງເສີມການມີວຽກເຮັດງານທຳຂອງແມ່ຍິງຊົນນະບົດໂດຍສະເພາະແມ່ນແມ່ຍິງຜູ້ມີຄວາມທຸກຍາກ.ສະຫະກອນໄດ້ຮ່ວມມືຢ່າງເຕັມສ່ວນກັບແຫລ່ງຊັບພະຍາກອນການຝຶກອົບຮົມຕ່າງໆ, ດຳເນີນການຝຶກອົບຮົມດ້ານວິຊາການຕົວຈິງເຊັ່ນ: ການປັກແສ່ວລັກສະນະຊົນເຜົ່າ, ການຕໍ່າຫູກຫັດຖະກຳທີ່ມີລັກສະນະພິເສດ ແລະ ອື່ນໆ, ສ້າງແຜນພັດທະນາຍີ່ຫໍ້“ "ຝີມືແມ່ບ້ານ +" . ແມ່ບ້ານຜູ້ມີຝີມືທັງ 19ຄົນ ຂອງສະຫະກອນໄດ້ນຳພາ 162 ຄົວເຮືອນເພີ່ມລາຍໄດ້, ແລະແຕ່ລະຄົວເຮືອນມີລາຍໄດ້ ປະຈຳປີເພີ່ມຂຶ້ນຫລາຍກວ່າ 20 ພັນຢວນ.