ຍີ່ຫໍ້ຂອງນັກອອກແບບແຂວງຢຸນນານໄດ້ຮັບການສະແດງໃນສັບປະດາແຟຊັນສາກົນຈີນ

2019-10-31 17:33:56 |ມາຈາກ: 云南网

ວັນທີ 25 ຕຸລາ ຫາ ວັນທີ 2 ພະຈິກ, ສັບປະດາແຟຊັນສາກົນຈີນ ຊຸດລະດູບານໃຫມ່-ລະດູຮ້ອນປີ 2020 ໄດ້ຈັດຂຶ້ນຢູ່ປັກກິ່ງ. ເຄື່ອງນຸ່ງຍີ່ຫໍ້ LEEXBAO ໄດ້ຮັບການສະແດງໃນງານສັບປະດາແຟຊັນສາກົນຈີນ. LEEXBAO ແມ່ນຍີ່ຫໍ້ເຄື່ອງນຸ່ງໜຶ່ງທີ່ພະຍາຍາມຂຸດຄົ້ນມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸຂອງແຂວງຢຸນນານ, ມາປະສົມປະສານກັບສິລະປະການປັກແສ່ວ ແລະ ການຍ້ອມຜ້າທີ່ເປັນມູນເຊື້ອ, ສ້າງສັນເປັນຍີ່ຫໍ້ເຄື່ອງນຸ່ງທີ່ປະສົມປະສານກັນລະຫວ່າງ ວັດທະນະທຳຊົນເຜົ່າ ແລະ ແຟຊັນ.