ຕະຫຼາດກາງຄືນ ຖະໜົນນານຊຽງ ນະຄອນຄຸນໝິງເປີດແລ້ວ

2019-11-22 16:34:19 |ມາຈາກ: 云南日报

ຕອນຄ່ຳວັນທີ 21 ພະຈິກ, ຕະຫຼາດກາງຄືນ ຖະໜົນນານຊຽງ ນະຄອນຄຸນໝິງ ໄດ້ເປີດຂຶ້ນແລ້ວ,ຖະໜົນນານຊຽງໄດ້ມີການອະນຸລັກຮັກສາອາຄານປະຫວັດສາດ ແລະ ອະນຸສອນສະຖານທາງວັດທະນະທຳ, ພ້ອມດຽວກັນນັ້ນ, ກໍຍັງມີການປະສົມປະສານເອກະລັກຂອງຖະໜົນ ແລະ ວັດທະນະທຳພື້ນເມືອງ,ສົ່ງເສີມການຍົກລະດັບເຂດຖະໜົນປະຫວັດສາດ ແລະ ວັດທະນະທຳເກົ່າ, ດຶງດູດທຸລະກິດ ແລະ ຂະແໜງທີ່ມີລັກສະນະ, ມີຄວາມໝາຍ ແລະ ມີຍີ່ຫໍ້, ເຮັດໃຫ້ຖະໜົນຄຸນໝິງອັນເກົ່າແກ່, ຖະໜົນນານຊຽງ ແລະ ເຂດຖະໜົນປະຫວັດສາດ-ວັດທະນະທຳໄດ້ຟື້ນຟູສີສັນ ແລະຄວາມມີຊີວິດຊີວາ.