ໜອງລູກູໃນລະດູໜາວ

2019-12-09 17:33:13 |ມາຈາກ: Yunnan Gateway

ໃນລະດູໜາວ, ໜອງລູກູຍັງມີແດດສ່ອງ. ເຂດພາບວິວຂອງໜອງລູກູ ຕັ້ງຢູ່ພາກເໜືອຂອງແຂວງຢຸນນານ, ເຊິ່ງເປັນໜອງທີ່ມີລະດັບສູງຈາກຫນ້ານ້ຳທະເລທີ່ສຸດຂອງແຂວງຢຸນນານ, ເປັນສະຖານທີ່ທ່ອງທ່ຽວລະດັບ 4A ແຫ່ງຊາດ ແລະ ເປັນໜອງທີ່ເລິກອັນດັບສາມໃນປະເທດຈີນ. ອ້ອມຂ້າງໜອງລູກູມີຄົນໂມຊົວ, ຊົນເຜົ່າຢີ ແລະ ຊົນເຜົ່າພູມີ ດຳລົງຊີວິດອາໄສຢູ່. ສະພາບແວດລ້ອມທຳມະຊາດທີ່ສວຍງາມແລະ ຮີດຄອງປະເພນີຂອງຊົນເຜົ່າທີ່ເປັນເອກະລັກ, ເຮັດໃຫ້ສະຖານທີ່ແຫ່ງນີ້ກາຍເປັນເຂດທ່ອງທ່ຽວທີ່ມີຊື່ສຽງ.