“ການສົ່ງອາຫານດ້ວຍການເຕັ້ນຂອງເມືອງນານຈ້ຽນຢຸນນານ”ເປັນຈຸດເດັ່ນວັດທະນະທຳການທ່ອງທ່ຽວຊົນນະບົດທີ່ມີລັກສະນະພິເສດຂອງແຂວງຢຸນນານ

2019-12-16 16:08:33 |ມາຈາກ: Yunnan Gateway

ໃນເມືອງປົກຄອງຕົນເອງຊົນເຜົ່າຢີ ນານຈ້ຽນ ກິ່ງແຂວງປົກຄອງຕົນເອງຊົນເຜົ່າປ່າຍຕ້າຫຼີ, “ການສົ່ງອາຫານດ້ວຍການເຕັ້ນຂອງເມືອງນານຈ້ຽນ”ເປັນທັກສະອັນເປັນມູນເຊື້ອທາງວັດທະນະທຳຊົນເຜົ່າຂອງເມືອງນານຈ້ຽນແຂວງຢຸນນານປະເທດຈີນ. ຮ້ານອາຫານຊົນນະບົດມີການສະແດງ “ການສົ່ງອາຫານດ້ວຍການເຕັ້ນເມືອງນານຈ້ຽນ” ເປັນຈຸດພິເສດເຊິ່ງໄດ້ດຶງດູດນັກທ່ອງທ່ຽວຈຳນວນຫຼາຍມາສຳຜັດຢູ່ທີ່ແຫ່ງນີ້, ຊິມອາຫານນານຈ້ຽນທີ່ແຊບຊ້ອຍ, ເບິ່ງການສະແດງ “ການສົ່ງອາຫານດ້ວຍການເຕັ້ນເມືອງນານຈ້ຽນ”, ສຳຜັດສະເໜ່ວັດທະນະທຳການທ່ອງທ່ຽວທີ່ມີລັກສະນະພິເສດ. ໃນປັດຈຸບັນ, ໂດຍຜ່ານການດຳເນີນໂຄງການ “ຫ້າຮ້ອຍ” ກໍຄື: ການຝຶກສອນນັກເຕັ້ນສົ່ງອາຫານຮ້ອຍຄົນ, ການຝຶກອົບຮົມທິມເຕັ້ນສົ່ງອາຫານຮ້ອຍທິມ, ການກໍ່ສ້າງບ້ານທີ່ມີຊື່ສຽງໃນການເຕັ້ນສົ່ງອາຫານ, ການກໍ່ສ້າງເວທີເຕັ້ນສົ່ງອາຫານຮ້ອຍແຫ່ງ ແລະ ການສະໜັບສະໜູນຮ້ານທີ່ມີການເຕັ້ນສົ່ງອາຫານຮ້ອຍຮ້ານ, ທົ່ວເມືອງໄດ້ຝຶກຜູ້ສືບທອດລາຍການມໍລະດົກວັດທະນະທຳນາມມະທຳທີ່ມີລັກສະນະຕົວແບບຈຳນວນ 61 ຄົນ, ໄດ້ປະກອບເປັນທິມສົ່ງອາຫານດ້ວຍການເຕັ້ນປະມານ 100 ທິມ, ເຊິ່ງ“ການສົ່ງອາຫານດ້ວຍການເຕັ້ນເມືອງນານຈ້ຽນ” ໄດ້ກາຍເປັນຍີ່ຫໍ້ວັດທະນະທຳການທ່ອງທ່ຽວພິເສດ, ສົ່ງເສີມການພັດທະນາການທ່ອງທ່ຽວພິເສດຊົນນະບົດ.