ເມືອງບູຮານອຸ່ຍຊານແດດສ່ອງໃນລະດູໜາວ

2019-12-18 15:59:17 |ມາຈາກ: Yunnan Gateway

ເມືອງບູຮານອຸ່ຍຊານ ແຂວງຢຸນນານ, ຕັ້ງຢູ່ເມືອງປົກຄອງຕົນເອງຊົນເຜົ່າຫຸຍ ຊົນເຜົ່າຢີ ອຸ່ຍຊານ ກິ່ງແຂວງປົກຄອງຕົນເອງຊົນເຜົ່າປາຍຕ້າຫຼີ ແຂວງຢຸນນານ, ແມ່ນເມືອງວັດທະນະທຳແລະປະຫວັດສາດແຫ່ງຊາດທີ່ມີຊື່ສຽງ. ເມືອງບູຮານອຸ່ຍຊານສ້າງຕັ້ງຂຶ້ນໃນສະໄຫມລາຊະວົງຢວນ, ມີວັດທະນະທຳຢ່າງເລິກເຊິ່ງ ແລະ ປະຫວັດສາດອັນຍາວນານ, ຮີດຄອງປະເພນີທີ່ອຸດົມສົມບູນ ແລະ ອາຫານຫວ່າງທີ່ມີລົດຊາດເປັນເອກະລັກສະເພາະ. ໃນຖະໜົນທີ່ສະຫງົບ, ຄົນທ້ອງຖິ່ນອອກມາຕາກແດດ ແລະ ຕາກລົມພັກຜ່ອນຢູ່ຕາມຖະໜົນ, ນັກທ່ອງທ່ຽວຊົມເບິ່ງຕຶກອາຄານທີ່ມີປະຫວັດສາດ, ຊື້ເຄື່ອງຫັດຖະກຳທີ່ມີເອກະລັກພິເສດ, ຊິມລົດຊາດອາຫານທ້ອງຖິ່ນ, ຮັບຮູ້ເຖິງມົນສະເໜ່ຂອງເມືອງບູຮານອຸ່ຍຊານ.