ດ່ານຊາຍແດນຄຸນໝິງໄດ້ຕ້ອນຮັບການມາເຖິງຂອງນັກທ່ອງທ່ຽວຄົນທຳອິດທີ່ໄດ້ຮັບການຍົກເວັ້ນວິຊາເຂົ້າເມືອງພາຍໃນ 144 ຊົ່ວໂມງ

2019-01-02 16:34:50 |ມາຈາກ: Yunnan Gateway

ໂດຍໄດ້ຮັບຮູ້ວ່າ, ສະໜາມບິນສາກົນສາງສຸຍນະຄອນຄຸນໝິງເລີ່ມປະຕິບັດນະໂຍບາຍຍົກເວັ້ນວິຊາເຂົ້າເມືອງພາຍໃນ 144 ຊົ່ວໂມງໃຫ້ແກ່ປະຊາຊົນຂອງ 53 ປະເທດແຕ່ວັນທີ 1 ມັງກອນ ປີ 2019ເປັນຕົ້ນມາ.ຄົນຕ່າງປະເທດຜູ້ທີ່ມີເງື່ອນໄຂເໝາະສົມກັບຂໍ້ກຳນົດພຽງແຕ່ຖືເອກະສານໃບຢັ້ງຢືນການເດີນທາງລະຫວ່າງຊາດທີ່ມີຜົນສັກສິດ, ພ້ອມດ້ວຍວັນທີທີ່ແນ່ນອນ ແລະປີ້ເດີນທາງທີ່ລະບຸບ່ອນນັ່ງຂອງການເດີນທາງໄປສູ່ປະເທດທີ 3ພາຍໃນ 144 ຊົ່ວໂມງກໍສາມາດຮັບນະໂຍບາຍດັ່ງກ່າວແລ້ວ.ການຍົກລະດັບກ່ຽວກັບນະໂຍບາຍໃນຄັ້ງນີ້ແມ່ນກໍແມ່ນເປັນການຍົກລະດັບນະໂຍບາຍອີກເທື່ອໜຶ່ງພາຍຫຼັງນະໂຍບາຍຍົກເວັ້ນວິຊາເຂົ້າເມືອງພາຍໃນ 72 ຊົ່ວໂມງຂອງຊາຍແດນຄຸນໝິງໃນວັນທີ 1 ຕຸລາ ປີ2014ເພື່ອສ້າງຄວາມສະດວກໃນການຂ້າມແດນ.