ດ່ານຊາຍແດນຄຸນໝິງໄດ້ຕ້ອນຮັບການມາເຖິງຂອງນັກທ່ອງທ່ຽວຄົນທຳອິດທີ່ໄດ້ຮັບການຍົກເວັ້ນວິຊາເຂົ້າເມືອງພາຍໃນ 144 ຊົ່ວໂມງ

2019-01-02 16:34:50 |ມາຈາກ: Yunnan Gateway

ໃນເວລາ 20:00 ໂມງຂອງວັນທີ 1 ເດືອນມັງກອນ,ທ່ານ MARK ນັກທ່ອງທ່ຽວປະເທດອາເມລິກາທີ່ນັ່ງເຮືອບິນຈາກຮົງກົງຫາຄຸນຫມິງດ້ວຍຖ້ຽວບິນ MU734 ຫຼັງຈາກທີ່ສຳເລັດຂັ້ນຕອນແຈ້ງຫນັງສືຂ້າມແດນ 144 ຊົ່ວໂມງທີ່ສະໜາມບິນສາກົນສາງສຸຍນະຄອນຄຸນໝິງເປັນທີ່ຮຽບຮ້ອຍແລ້ວ,ລາວໄດ້ຍົກໂປ້ໃຫ້ຕຳຫຼວດກວດກາຊາຍແດນເພື່ອຍ້ອງຍໍນະໂຍບາຍດັ່ງກ່າວ,ລາວເປັນນັກທ່ອງທ່ຽວຄົນທຳອິດທີ່ໄດ້ຮັບນະໂຍບາຍຍົກເວັ້ນວິຊາເຂົ້າເມືອງພາຍໃນ 144 ຊົ່ວໂມງຂອງດ່ານຊາຍແດນສະໜາມບິນສາກົນຄຸນໝິງ, ຫຼັງຈາກທີ່ໄດ້ເລີ່ມປະຕິບັດນະໂຍບາຍດັ່ງກ່າວໃນວັນທີ 1 ມັງກອນ ປີ 2019 ເປັນຕົ້ນມາ,ອີງຕາມນະໂຍບາຍໃໝ່ໃນຄັ້ງນີ້ທ່ານ MARK ຈະສາມາດທ່ຽວຢູ່ຄຸນໝິງໄດ້ 6 ວັນ ແລະຫລັງຈາກນັ້ນກໍເດີນທາງອອກຜ່ານດ່ານຊາຍແດນສະໜາມບິນສາກົນຄຸນໝິງກໍໄດ້ແລ້ວ.