ສະຖານີຕໍາຫຼວດເຂດຊາຍແດນໄດ້ຈັດກິດຈະກຳ “ວັນໂຄສະນາ 110”

2019-01-11 14:13:46 |ມາຈາກ: Yunnan Gateway

ໃນວັນທີ 9 ເດືອນມັງກອນນີ້ ຕຳຫຼວດກຳລັງແຈກຢາຍເອກະສານທີ່ກ່ຽວຂ້ອງຂອງ “ວັນໂຄສະນາ 110”ໃຫ້ແກ່ປະຊາຊົນ.ໃນວັນດຽວກັນ, ສະຖານີຕຳຫຼວດເຈີຟ້າງໜ່ວຍບໍລິຫານຂອງຊາຍແດນກິ່ງແຂວງເຕີຫົງແຂວງຢຸນນານໄດ້ຈັດກິດຈະກຳໂຄສະນາທີ່ປິ່ນອ້ອມຫົວຂໍ້ “ຈັບມືກັບຕຳຫຼວດ 110(ເບີໂທຫາຕຳຫຼວດໃນກໍລະນີທີ່ພົບພໍ້ອັນຕະລາຍ),ຮ່ວມສ້າງຄວາມປອດໄພເພື່ອຕ້ອນຮັບການສະຖາປະນາປະເທດຈີນໃໝ່ຄົບຮອບ 70ປີ”ພ້ອມດ້ວຍ “ການໂຄສະນາເຜີຍແຜ່ຄວາມຮູ້ກົດໝາຍໄປສູ່ແຕ່ລະຄອບຄົວ”.