
ໃນວັນທີ 15 ມັງກອນ ກິດຈະກຳ “ການເຜີຍແຜ່ຄວາມຮູ້3 ດ້ານ ກໍຄືດ້ານວັດທະນະທຳ,ເຕັກນີກແລະອະນາໄມຕໍ່ເຂດຊົນນະບົດໃນທົ່ວປະເທດ”ຂອງແຂວງຢຸນນານໄດ້ເລີ່ມຂຶ້ນທີ່ເມືອງສືຜິງກິ່ງແຂວງປົກຄອງຕົນເອງເຜົ່າຮານີເຜົ່າຢີຫົງເຫີແຂວງຢຸນນານ.ໃນພິທີການລິເລີ່ມ ມີ 15 ອົງການຂອງແຂວງຢຸນນານໄດ້ມອບລາຍການ ອຸປະກອນແລະເງິນທຶນທີ່ມີມູນຄ່າເຖິງ 8.432 ລ້ານຢວນໃຫ້ແກ່ເມືອງສືຜິງ.
ໃນວັນທີ 15 ເດືອນມັງກອນທີ່ສະໜາມຈັດກິດຈະກຳ,ຄະນະບໍລິການ“ການເຜີຍແຜ່ຄວາມຮູ້ 3 ດ້ານກໍຄືດ້ານວັດທະນະທຳ, ເຕັກນີກແລະອະນາໄມຕໍ່ຊົນນະບົດ”ທີ່ມາຈາກອົງການທີ່ກ່ຽວຂ້ອງໃນລະດັບແຂວງ ກິ່ງແຂວງແລະເມືອງໄດ້ໃຫ້ການບໍລິການອາສາສະໝັກເປັນຕົ້ນວ່າການຊີ້ນຳເຕັກນິກ ການກວດສຸຂະພາບທີ່ບໍ່ຕ້ອງເສຍຄ່າໃຊ້ຈ່າຍ ການໃຫ້ຄຳປຶກສາໃນບັນຫາຂອງກົດໝາຍໃຫ້ແກ່ປະຊາຊົນທ້ອງຖິ່ນ.ໂດຍໄດ້ຮັບຮູ້ວ່າ ຫຼັງຈາກກິດຈະກຳໄດ້ສິ້ນສຸດລົງ ຄະນະດັ່ງກ່າວຂອງແຂວງຢຸນນານຍັງຈະແບ່ງເປັນທິມນ້ອຍອີກ7ທິມເຊິ່ງແບ່ງເປັນດ້ານວັດທະນະທຳ ເຕັກນິກ ກະສິກຳ ສຸຂະອະນາໄມແລະດ້ານອື່ນໆ ເພື່ອສືບຕໍ່ດຳເນີນການບໍລິການລາດຕະເວນທີ່ເມືອງສືຜິງ.