
ໃນຕອນບ່າຍຂອງວັນທີ 17 ມັງກອນນີ້ ສະຖານີຕຳຫຼວດປ້ອງກັນຄວາມສະຫງົບນະຄອນຄຸນໝິງທີ່ຖະຫນົນປັກກິ່ງໄດ້ຈັດພິທີການລິເລີ່ມວຽກງານປ້ອງກັນຄວາມສະຫງົບໃນບຸນກຸດຈີນປະຈຳປີ 2019ທີ່ສະຖານີລົດໄຟຄຸນໝິງ ເຊິ່ງໄດ້ເປີດວຽກງານປ້ອງກັນຄວາມສະຫງົບໃນບຸນກຸດຈີນຂອງປີ 2019 ຢ່າງເປັນທາງການ.
ໃນໄລຍະຂອງການໂດຍສານກັບບ້ານຂອງປະຊາຊົນໃນບຸນກຸດຈີນຂອງແຕ່ລະປີ, ທີ່ເຂດສະຖານີລົດໄຟຄຸນໝິງທີ່ຂຶ້ນກັບສະຖານີຕຳຫຼວດຖະຫນົນປັກກິ່ງນັ້ນ, ປະລິມານຂອງຜູ້ໂດຍສານຕໍ່ມື້ມີເຖິງ 2ແສນຄົນ.ການເຕົ້າໂຮມຂອງຄົນຈຳນວນຫຼວງຫຼາຍນີ້ງ່າຍຕໍ່ການເກີດກໍລະນີຕ່າງໆຂຶ້ນ.