ຂົວທີ່ຍາວທີ່ສຸດໃນເສັ້ນທາງລົດໄຟຈີນແລະລາວເລີ່ມການກໍ່ສ້າງ

2019-02-11 16:37:14 |ມາຈາກ: Yunnan Gateway

ຂົວແມ່ນໍ້າຄໍໃນຂະໜາດໃຫຍ່ເຊິ່ງເປັນຂົວທີ່ຍາວທີ່ສຸດໃນເສັ້ນທາງລົດໄຟຈີນແລະລາວໄດ້ເລີ່ມການກໍ່ສ້າງໃນວັນທີ 9 ເດືອນກຸມພານີ້.ຂົວແມ່ນໍ້າຄໍໃນຕັ້ງຢູ່ໃນຂົງເຂດນະຄອນຫຼວງວຽງຈັນປະເທດລາວ ແລະຖືກຮັບຜິດຊອບການກໍ່ສ້າງໂດຍບໍລິສັດເສັ້ນທາງລົດໄຟປະເທດຈີນສາຂາກົມທີ ສອງ.ໄລຍະຄວາມຍາວທັງໝົດຂອງຂົວແມ່ນ 7506,3 ແມັດ.ຄານໂຕ T ທີ່ຕ້ອງການໃນການກໍ່ສ້າງຄັ້ງນີ້ແມ່ນຜະລິດໂດຍໂຮງງານຜະລິດຄານຂອງບໍລິສັດເສັ້ນທາງລົດໄຟຈີນສາຂາກົມທີ ສອງ ທີ່ນະຄອນຫຼວງວຽງຈັນ ແລະການຂົນສົ່ງຫຼັກແມ່ນຜ່ານທາງຫຼວງເບີ 13.ເພື່ອຮັບປະກັນຄວາມໄວຂອງການກໍ່ສ້າງ ພະນັກງານສັນຊາດຈີນຈຳນວນ 183 ຄົນຂອງໂຮງງານຜະລິດຄານນະຄອນຫຼວງວຽງຈັນໄດ້ສະຫຼະວັນພັກຂອງບຸນກຸດຈີນ ເພື່ອຮັບປະກັນປະລິມານການຜະລິດຕະພັນຄານຂອງແຕ່ລະມື້.