ການທ່ອງທ່ຽວທົ່ວປະເທດຍາມບຸນກຸດຈີນປີ 2019 ໄດ້ຕ້ອນຮັບນັກທ່ອງທ່ຽວທັງຫມົດ 415 ລ້ານເທື່ອຄົນ

2019-02-11 16:41:41 |ມາຈາກ: Yunnan Gateway

ໃນວັນທີ 10 ກຸມພາ ໂດຍອີງຕາມຂ່າວຈາກກະຊວງວັດທະນະທຳແລະການທ່ອງທ່ຽວການສັງລວມສະຖິຕິຈາກອົງການວັດທະນະທຳແລະການທ່ອງທ່ຽວຂອງແຕ່ລະທ້ອງຖິ່ນ ອົງການທຸລະກິດໂທລະຄົມແລະອົງການທຸລະກິດການບໍລິການການທ່ອງທ່ຽວອອນລາຍແລະການຄາດຄະເນສັງລວມຂອງສະຖາບັນຄົ້ນຄວ້າການທ່ອງທ່ຽວຈີນ(ສູນກາງສະຖິຕິວັດທະນະທຳແລະການທ່ອງທ່ຽວ)ຮູ້ວ່າ,ໃນຍາມວັນພັກບຸນກຸດຈີນຂອງປີ 2019 ທົ່ວປະເທດໄດ້ຕ້ອນຮັບນັກທ່ອງທ່ຽວທັງຫມົດຈຳນວນ 415 ລ້ານເທື່ອຄົນ ເຊິ່ງໄດ້ເພີ່ມທະວີຂຶ້ນ 7,6% ເມື່ອປຽບທຽບກັບໄລຍະດຽວກັນ;ໄດ້ບັນລຸລາຍຮັບທາງການທ່ອງທ່ຽວ 513,9 ຕື້ຢວນ ແລະໄດ້ເພີ່ມທະວີຂຶ້ນ 8,2% ເມື່ອປຽບທຽບກັບໄລຍະດຽວກັນ.