ການ​ເຈລະຈາ​ລະດັບ​ສູງ​ດ້ານ​ເສດຖະກິດ-ການ​ຄ້າ​ລະຫວ່າງ​ຈີນ-ອາ​ເມຣິກາ​ຄັ້ງ​ໃໝ່​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ

2019-02-14 17:09:27 |ມາຈາກ: CRI

ຕອນ​​ເຊົ້າ​ວັນ​ທີ 14 ກຸມ​ພາ​ນີ້, ທ່ານ​ລີ​ວ​ເຮີ້ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຮອງ​ນາຍົກລັດຖະມົນຕີຈີນ, ​​ຫົວໜ້າ​ຝ່າຍ​ຈີນ​​ໃນ​ການ​ເຈລະຈາ​ເສດຖະກິດ​ຮອບດ້ານ​ຈີນ-ອາ​ເມຣິກາ, ​ທ່ານໂຣເບີດ ໄລທີເຊີ ຜູ້ຕາງໜ້າການຄ້າອາເມຣິກາ ແລະທ່ານສຕີເວນ ມະນຸຊີນ ລັດຖະມົນຕີກະຊວງການເງິນອາເມຣິກາຮ່ວມ​ກັນ​ເປັນ​ປະທານ​ຈັດ​ພິທີ​ເປີດ​ການ​ເຈລະຈາ​ລະດັບ​ສູງ​ດ້ານ​ເສດຖະກິດ-ການ​ຄ້າ​ລະຫວ່າງ​ຈີນ-ອາ​ເມຣິກາ ​ເຊິ່ງຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງປັກ​ກິ່ງ​ຈີນ​ແຕ່​ວັນ​ທີ 14 ຫາ​ວັນ​ທີ 15 ກຸມພາ​ນີ້.