ພາລະກິດການຮ່ວມລາດຕະເວນແລະປະຕິບັດກົດໝາຍທີ່ແມ່ນໍ້າຂອງຂອງປະເທດຈີນ ລາວ ມຽນມາແລະໄທຄັ້ງທີ 79 ເລີ່ມຂຶ້ນທີ່ທ່າເຮືອກວນເລີຍ

2019-02-20 16:14:08 |ມາຈາກ: Yunnan Gateway

ໃນເວລາ 8 ໂມງຂອງວັນທີ 19 ກຸມພາ,ພາລະກິດການຮ່ວມລາດຕະເວນແລະປະຕິບັດກົດໝາຍທີ່ແມ່ນໍ້າຂອງຂອງປະເທດຈີນ ລາວ ມຽນມາແລະໄທຄັ້ງທີ 79 ໄດ້ເລີ່ມຂຶ້ນທີ່ທ່າເຮືອກວນເລີຍກິ່ງແຂວງສິບສອງພັນນາ ແຂວງຢຸນນານ,ອົງການປະຕິບັດກົດໝາຍຂອງ 4 ປະເທດສົ່ງພະນັກງານປະຕິບັດກົດໝາຍຈຳນວນ 100 ກວ່າຄົນເຂົ້າຮ່ວມພາລະກິດການລາດຕະເວນໃນຄັ້ງນີ້.

ໂດຍໄດ້ຮັບຮູ້ວ່າ, ການຮ່ວມລາດຕະເວນຄັ້ງນີ້ໄດ້ຈັດຫ້ອງບັນຊາການທິມງານຢູ່ທີ່ກອງທະຫານເຮືອເບີ 53102 ແລະບັນຊາການຮ່ວມກັນໂດຍຜູ້ບັນຊາຈາກທັງ 4 ປະເທດດັ່ງກ່າວ ແລະກິດຈະກຳຄັ້ງນີ້ຈະສືບຕໍ່ເປັນເວລາ 4 ມື້.ພາຍໃນໄລຍະເວລາດັ່ງກ່າວ, ທິມງານຈະປະຕິບັດການກວດກາຮ່ວມກັນຢ່າງເປີດເຜີຍ ຢ້ຽມຢາມລາດຕະເວນຮ່ວມກັນ ໂຄສະນາປ້ອງກັນຢາເສບຕິດແລະກິດຈະກຳອື່ນໆທີ່ຂົງເຂດນໍ້າອັນສຳຄັນຂອງແມ່ນໍ້າຂອງ ເພື່ອປົກປັກຮັກສາຄວາມສະຫງົບແລະຄວາມປອດໄພຂອງຂົງເຂດແມ່ນໍ້າຂອງຢ່າງຫມັ້ນຄົງ.