ເດືອນແຫ່ງການບໍລິຈາກເລືອດຂອງລັດຖະກອນນະຄອນຄຸນໝິງຄັ້ງທີ 4 ໄດ້ລິເລີ່ມຂຶ້ນ

2019-02-21 16:27:16 |ມາຈາກ: Yunnan Gateway

ໃນວັນທີ 20 ກຸມພານີ້, ກິດຈະກຳເດືອນແຫ່ງການບໍລິຈາກເລືອດຂອງລັດຖະກອນນະຄອນຄຸນໝິງຄັ້ງທີ 4 ໄດ້ລິເລີ່ມຂຶ້ນທີ່ສະໜາມຂອງຫໍປະຊຸມຄຸນໝິງ.ຈຸດປະສົງຂອງກິດຈະກຳບໍລິຈາກເລືອດຄັ້ງນີ້ແມ່ນເພື່ອຕອບສະຫນອງຕໍ່ການຂາດແຄນເລືອດຂອງຄັງເລືອດປະຈຳສູນເລືອດຄຸນໝິງແຂວງຢຸນນານ,ໂດຍຜ່ານບົດບາດການນຳພາຂອງຕົວແບບທີ່ເປັນລັດຖະກອນແຫ່ງຊາດ,ສ້າງຄວາມຕື່ນຕົວໃຫ້ຄົນເຂົ້າຮ່ວມການບໍລິຈາກເລືອດໃຫ້ຫລາຍຂຶ້ນ.

ໂດຍໄດ້ຮັບຮູ້ວ່າ, ຕັ້ງແຕ່ປີ 2016 ເປັນຕົ້ນມາ, ກິດຈະກໍາເດືອນແຫ່ງການບໍລິຈາກເລືອດຂອງລັດຖະກອນນະຄອນຄຸນໝິງໄດ້ສືບຕໍ່ຈັດມາເປັນຄັ້ງທີ 4 ແລ້ວ.