ຢຸນນານ: ດອກຫມາກກໍ່(nuts)ສາຍພັນອົດສະຕາລີອອກດອກສົ່ງກິ່ນຫອມທົ່ວແຂວງຢຸນນານ

2019-03-12 17:53:18 |ມາຈາກ: 云南日报

ເຂົ້າສູ່ເດືອນມີນາ,ຫມາກກໍ່ສາຍພັນອົດສະຕາລີເຂົ້າສູ່ເວລາອອກດອກໃນທຸກເຂດປູກຝັງຂອງແຂວງຢຸນນານ,ກິ່ນຫອມຂອງດອກໝາກກໍ່ດຶງດູດເຜິ້ງມາເກັບເກສອນ,ໃນປີນີ້ຫມາກກໍ່ຈະໄດ້ຮັບຜົນການເກັບກ່ຽວທີ່ອຸດົມສົມບູນ.ໃນປີມໍ່ໆມານີ້,ເນື້ອທີ່ປູກຝັງຂອງຫມາກກໍ່ສາຍພັນອົດສະຕາລີທີ່ແຂວງຢຸນນານນັບມື້ນັບຫລາຍຂຶ້ນ,ຮອດປີ2018,ເນື້ອທີ່ດິນປູກຝັງມີເຖິງ3,20ລ້ານມູ້.ຂະແຫນງການຫມາກກໍ່ໄດ້ກາຍເປັນຂະແຫນງທີ່ມີສັກກະຍະພາບອັນແຂງແຮງຂອງຂະແຫນງການກະສິກຳທີ່ມີລັກສະນະພິເສດພູພຽງ,ມີປະສິດທິພາບຊ່ວຍປະຊາຊົນຫຼຸດຜ່ອນຄວາມທຸກຍາກຢູ່ເຂດພູພຽງ.ໃນຮູບແມ່ນສະຖານທີ່ປູກຝັງຂອງບໍລິສັດພັດທະນາຫມາກກໍ່ຢຸນເອົາດາແຂວງຢຸນນານຈຳກັດ.