ພິ​ທີ​ມອບຫຼຽນ​ໄຊ​ແຫ່ງ​ຊາດ, ຫຼຽນ​ໄຊ​ມິດ​ຕະ​ພາບ ແລະ ຫຼຽນ​ໄຊ​ນາມ​ມະ​ຍົດ​ແຫ່ງ​ຊາດ​ຂອງ ສ​ປ ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ

2019-09-29 18:49:28 |ມາຈາກ: CRI

ຕາມຂ່າວCRI: ໃນຕອນເຊົ້າຂອງວັນທີ 29 ກັນຍານີ້, ຜູ້ທີ່ຈະໄດ້ຮັບຫຼຽນໄຊແຫ່ງຊາດແລະພິທີຈະໄດ້ຮັບນາມມະຍົດລະດັບຊາດຈະຂີ່ລົດຍົນພິເສດທີ່ທາງການຈັດໃຫ້ອອກຈາກສະຖານທີ່ອາໄສຂອງຕົນແລະເດີນທາງໄປຫໍສະພາປະຊາຊົນ, ດ້ວຍການຄຸ້ມກັນຈາກກອງກຽດຕິຍົດພິທັກແຂກເມືອງ. ດ້ວຍການອະນຸມັດຈາກສູນກາງພັກກອມມູນິດຈີນ, ພິທີມອບຫຼຽນໄຊແຫ່ງຊາດແລະນາມະຍົດລະດັບຊາດຂອງສາທາລະນະລັດປະຊາຊົນຈີນຈະຈັດຂຶ້ນໃນເວລາ 10 ໂມງເຊົ້າຂອງວັນທີ 29 ກັນຍານີ້ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງຂອງຈີນ.