ການເປີດໜອງຂອງທະເລສາບຕ່ຽນສື

2019-10-17 17:35:03 |ມາຈາກ: 云南日报

ມໍ່ໆມານີ້, ທະເລສາບຕ່ຽນສື ທີ່ເປັນໜອງຢູ່ພູພຽງແຂວງຢຸນນານໄດ້ເຂົ້າສູ່ໄລຍະເປີດໜອງ ແລະ ຫາປາ. ວັນທີ 16 ຕຸລາ, ແມ່ນມື້ທຳອິດຂອງການເປີດໜອງຢູ່ທະເລສາບຕ່ຽນສື, ບ້ານຊາທີ ເຂດຈິ້ງນິງ ນະຄອນຄຸນໝິງໄດ້ຈັດພິທີເປີດທະເລສາບອັນເປັນມູນເຊື້ອ,ເພື່ອເປັນການຂໍພອນໃຫ້ການເດີນເຮືອເດີນແມ່ນແລ່ນສະດວກ ແລະ ຕຶກໄດ້ປາໄດ້ກຸ້ງໃຫ້ເຕັມຫ້ອງໃນເຮືອ.

ໄລຍະການເປີດໜອງຫາປາຂອງທະເລສາບຕ່ຽນສືໃນປີນີ້ແມ່ນ ວັນທີ 16 ຕຸລາ ຫາ ວັນທີ 14 ພະຈິກ, 6 ໂມງຫາ 18 ໂມງຂອງທຸກມື້, ທັງໝົດ 30ມື້, ອະນຸຍາດໃຫ້ຫາໄດ້ພຽງ ປາເງິນ ແລະ ກຸ້ງ, ໃນປັດຈຸບັນນີ້,ປະລິມານກຸ້ງທີ່ຢູ່ໃນທະເລສາບຕ່ຽນສືມີປະມານ 600 ຫາ 700 ໂຕນ, ສ່ວນປະລິມານປາເງິນທີ່ ຢູ່ໃນທະເລສາບຕ່ຽນສືມີປະມານ 300 ໂຕນຫາ 400 ໂຕນ.