ນັກສຶກສາມະຫາວິທະຍາໄລຂອງແຂວງຢຸນນານເຂົ້າຮ່ວມທິມອາສາສະໝັກເພື່ອການບໍລິການງານ​ວາງ​ສະ​ແດ​ງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ

2019-11-05 19:12:47 |ມາຈາກ: 新华网

ງານ​ວາງ​ສະ​ແດ​ງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ພະ​ຈິກ​ນີ້. ອາສາສະໝັກນັກສຶກສາຮຽນພາສາອາຊີຕາເວັນອອກສ່ຽງໃຕ້ 5 ຄົນຈາກມະຫາວິທະຍາໄລຊົນເຜົ່າຢຸນນານ ຈະສະໜອງການບໍລິການພາສາອາຊີຕາເວັນອອກສ່ຽງໃຕ້ໃຫ້ແຂກຈາກອາຊີຕາເວັນອອກສ່ຽງໃຕ້ທີ່ມາເຂົ້າຮ່ວມງານ​ວາງ​ສະ​ແດ​ງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ. ນັກສຶກສາ 5 ຄົນນີ້ ໂດຍຜ່ານການແນະນຳຂອງຄູອາຈານ ແລະການຄັດເລືອກຂອງມະຫາວິທະຍາໄລ ເພື່ອເຂົ້າຮ່ວມທິມອາສາສະໝັກຮັບໃຊ້ງານ​ວາງ​ສະ​ແດ​ງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ, ພວກເຂົາແມ່ນນັກສຶກສາປະລິນຍາຕີ ແລະປະລິນຍາໂທ ທີ່ຮຽນວິຊາສະເພາະ ແລະຮຽນພາສາໄທ, ພາສາມຽນມາ, ພາສາກຳປູເຈຍ ແລະພາສາລາວ.