ແຂວງຢຸນນານຊອກຫາການຮ່ວມມື ແລະ ສະແຫວງຫາໄຊຊະນະຮ່ວມກັນ ໃນງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​

2019-11-06 16:40:03 |ມາຈາກ: 云南日报

ວັນ​ທີ 5 ພະ​ຈິກ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮຂອງ​ຈີນ.ຄະນະທຸລະກິດຂອງແຂວງຢຸນນານມາຮອດຊຽງໄຮ, ເພື່ອຊອກຫາໂອກາດ, ຊອກຫາການຮ່ວມມື ແລະສະແຫວງຫາໄຊຊະນະຮ່ວມກັນ.ອີງຕາມຂໍ້ມູນ, ຮອດວັດທີ 31 ຕຸລາ, ຄະນະທຸລະກິດຂອງແຂວງຢຸນນານ ມີ 1,567 ຫົວໜ່ວຍ (ວິສາຫະກິດ) ໄດ້ສະໝັກ ແລະ ໄດ້ຮັບການອະນຸມັດເຂົ້າຮ່ວມງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2.

ວັນທີ 6 ພະຈິກ, ຍັງມີການຈັດກິດຈະກຳແນະນຳຫົວຂໍ້ສັ່ງຊື້ທົ່ວໂລກ ແລະ ການຮ່ວມມືການລົງທືນອຸດສາຫະກຳອັນສຳຄັນແຂວງຢຸນນານ, ກິດຈະກຳແນະນຳອຸດສາຫະກຳຂອງຢຸນນານທີ່ມີທ່າແຮງ, ນະໂຍບາຍການເມືອງທີ່ເປີດກວ້າງ, ເຂດທົດລອງການຄ້າເສລີ (ຢຸນນານ) ປະເທດຈີນ ແລະ ອື່ນໆ.ພ້ອມດຽວກັນນັ້ນ, ຍັງມີກິດຈະກຳງານວາງສະແດງມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸຂອງແຂວງຢຸນນານເຊິ່ງມີຫົວຂໍ້ແມ່ນ “ມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸຂອງແຂວງຢຸນນານ - ທົ່ວໂລກຮ່ວມກັນເຊີຍຊົມ” ກໍໄດ້ຮັບການວາງສະແດງໃນເວລາດຽວກັນທີ່ ສູນວາງສະແດງແຫ່ງຊາດຊຽງໄຮ.