ສຳລັບລົດໄຟຈີນ-ລາວ, ພວກເພິ່ນມີຄວາມຄອງຄອຍຢ່າງເຕັມປ່ຽມ

2019-11-28 16:30:49 |ມາຈາກ: yunnangateway

ວັນທີ 26 ພະຈິກ, ຄະນະຜູ້ແທນສ່ວນໜຶ່ງຂອງຝ່າຍລາວ ທີ່ ມາແຂວງຢຸນນານເພື່ອເຂົ້າຮ່ວມ ກອງປະຊຸມປະສານງານ ຂອງກຸ່ມປະຊຸມຍ່ອຍຂອງຄະນະປະສານງານຮ່ວມມືແຂວງຢຸນນານ ສປ ຈີນ ກັບພາກເໜືອ ສປປ ລາວ ໄດ້ດຳເນີນການຢ້ຽມຢາມທັດສະນະສຶກສາ ຢູ່ ວິທະຍາໄລເຕັກນິກວິຊາຊີບການລົດໄຟຄຸນໝິງ, ສອງຝ່າຍແລກປ່ຽນໂດຍປິ່ນອ້ອມ ການກໍ່ສ້າງລົດໄຟຈີນ-ລາວ ແລະ ການຝຶກອົບຮົມບຸກຄະລາກອນເຕັກນິກລົດໄຟ. ຜູ້ແທນລາວຕ່າງກໍກ່າວວ່າ, ຄອງຄອຍຢາກໃຫ້ລົດໄຟຈີນ-ລາວສຳເລັດຖືກນຳໃຊ້ໂດຍໄວ, ສົ່ງເສີມການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ. ວິທະຍາໄລເຕັກນິກວິຊາຊີບການລົດໄຟຄຸນໝິງຈະເຂົ້າຮ່ວມໃນການກໍ່ສ້າງ ວິທະຍາໄລເຕັກນິກວິຊາຊີບການລົດໄຟລາວ ແລະ ຄາດວ່າຈະເລີ່ມຕົ້ນການຝຶກອົບຮົມໃຫ້ບຸກຄະລາກອນ ເຕັກນິກລົດໄຟລາວໃນປີ 2020 ເປັນຕົ້ນໄປ.