ທ່ານໄດ້ເຂົ້າຮ່ວມພາລະກິດການແກ້ໄຂຄວາມທຸກຍາກຢ່າງຈິງຈັງ, ເຂົ້າມາເຂດທຸກຍາກຢ່າງຫ້າວຫັນເພື່ອປະຕິບັດວຽກງານແກ້ໄຂຄວາມທຸກຍາກ, ນຳພາຊາວບ້ານພັດທະນາຂະແໜງການທີ່ມີລັກສະນະ, ປ່ຽນແປງໂສມໜ້າຄວາມດ້ອຍພັດທະນາໃນທ້ອງຖີ່ນ.
ທ່ານໄດ້ອຸທິດຕົນເຂົ້າໃນການຄົ້ນຄ້ວາວິທະຍາສາດກະສິກຳ, ໄດ້ຮັບຜົນການຄົ້ນຄວ້າວິທະຍາສາດທີ່ສຳຄັນຈຳນວນຫຼາຍ, ສົ່ງເສີມການປ່ຽນແປງຂອງຜົນສຳເລັດທາງວິທະຍາສາດ ແລະ ເຕັກໂນໂລຢີ ໂດຍອີງໃສ່ສະພາບຕົວຈິງ, ສ້າງຕັ້ງຫ້ອງຊີ້ນຳເພື່ອຫຼຸດຜ່ອນຄວາມທຸກຍາກດ້ວຍເຕັກໂນໂລຢີ ແລະ ໄດ້ຝຶກອົບຮົມ ບຸກຄະລາກອນທີ່ໃຊ້ເຕັກໂນໂລຢີເພື່ອສ້າງຄວາມຮັ່ງມີໃນເຂດທຸກຍາກຂອງຊົນເຜົ່າແຂວງຢຸນນານຫຼາຍກວ່າ 1,000 ຄົນ.
ຢູ່ເຂດປົກຄອງຕົນເອງຊົນເຜົ່າລາຮູ້ລ້ານຊ້າງ, ທ່ານໄດ້ລົງເລິກເຂົ້າໄປໃນແຕ່ລະບ້ານ, ແລ່ນໄປທົ່ວທົ່ງໄຮ່ທົ່ງນາ, ດຳລົງຊີວິດ ແລະ ເຮັດວຽກຮ່ວມກັບຊົນເຜົ່າສ່ວນໜ້ອຍ, ໄດ້ຮັບຄວາມຮັກແພງຈາກປະຊາຊົນຊົນເຜົ່າໜ້ອຍ, ໄດ້ຮັບການຍ້ອງຍໍຊົມເຊີຍຈາກສັງຄົມທຸກຂະແໜງການ ແລະ ຖືກເອີ້ນເປັນ "ນັກວິຊາການຊາວກະສິກອນ".ຫລັງຈາກນັ້ນທ່ານກໍໄດ້ຮັບ ລາງວັນຄວາມກ້າວໜ້າດ້ານວິທະຍາສາດແລະເຕັກໂນໂລຢີລະດັບຊາດຂັ້ນສອງ, "ສະມາຊິກພັກກອມມູນິດຈີນດີເດັ່ນແຫ່ງຊາດ","ບຸກຄະລາກອນດີເດັ່ນດ້ານວິຊາຊີບແລະເຕັກນິກແຫ່ງຊາດ","ອາຈານຕົວແບບແຫ່ງຊາດ" ແລະ ໃບຍ້ອງຍໍອື່ນໆ.