ເປີດນຳໃຊ້ເສັ້ນທາງລົດໄຟຄວາມໄວສູງເສີງຕູ-ກຸ້ຍຢາງ

2019-12-18 14:38:41 |ມາຈາກ: Yunnan Gateway

ວັນທີ 16 ທັນວາ, ລົດໄຟຄວາມໄວສູງ C6041 ໄດ້ອອກເດີນທາງຈາກສະຖານີຕາເວັນອອກນະຄອນເສີງຕູ ຫາ ສະຖານີພາກເໜືອນະຄອນກຸ້ຍຢາງ, ເຊິ່ງເປັນສັນຍະລັກຂອງການເປີດເສັ້ນທາງລົດໄຟຄວາມໄວສູງເສີງຕູ-ກຸ້ຍຢາງ.ລົດໄຟຄວາມໄວສູງເສີງຕູ-ກຸ້ຍຢາງຈະຢຸດຢູ່ ເມືອງເຈິ້ນຊົງ, ເມືອງອຸຍຊິ້ນ ນະຄອນຈ່າວທົ່ງ ແຂວງຢຸນນານ, ເປັນການສິ້ນສຸດປະຫວັດສາດການບໍ່ມີລົດໄຟຄວາມໄວສູງຂອງນະຄອນຈ່າວທົ່ງ.



ລົດໄຟຄວາມໄວສູງເສິງຕູ-ກຸ້ຍຢາງ ເລີ່ມຕົ້ນຢູ່ ນະຄອນເສີງຕູ, ຜ່ານ 6 ເມືອງ 3 ແຂວງຄື: ແຂວງເສຊວນ, ແຂວງຢຸນນານ ແລະ ແຂວງກຸ້ຍໂຈ່, ສະຖານີປາຍທາງແມ່ນສະຖານີກຸ້ຍຢາງ, ຄວາມຍາວທັງຫມົດຂອງເສັ້ນທາງແມ່ນ 648 ກິໂລແມັດ, ຄວາມໄວໃນການອອກແບບ (Design speed) ແມ່ນ 250 ກິໂລແມັດຕໍ່ຊົ່ວໂມງ. ລົດໄຟຄວາມໄວສູງໃນສ່ວນຂອງແຂວງຢຸນນານມີ 79 ກິໂລແມັດ, ເມືອງອຸຍຊິ້ນໄປຫາເມືອງເຈິ້ນຊົງໄວສຸດ 12 ນາທີກໍຮອດ. ຫຼັງຈາກເປີດນຳໃຊ້ແລ້ວ, ການເດີນທາງຈາກເມືອງເຈີ້ນຊົງ, ເມືອງອຸຍຊິ້ນ ໄປຫາ ນະຄອນກຸຍຢາງ ຕ້ອງການເວລາພຽງແຕ່ 1 ຊົ່ວໂມງ, ໄປນະຄອນເສິງຕູຕ້ອງການເວລາພຽງແຕ່ 2 ຊົ່ວໂມງ.