ວັນທີ 7 ມັງກອນ,ງານວາງສະແດງການຊື້ເຄື່ອງປີໃໝ່ກຸດຈີນຂອງນະຄອນຄຸນໝິງຈີນຄັ້ງທີ 14 ໄດ້ຈັດຂຶ້ນ.ງານວາງສະແດງຄັ້ງນີ້ຈັດຂຶ້ນເປັນເວລາ 16 ມື້ ແລະ ຈະຈັດຮອດວັນທີ 22 ມັງກອນ.ເນື້ອທີ່ງານວາງສະແດງມີ 50000 ກວ່າຕາແມັດ,ເຊິ່ງລວມມີຫໍວາງສະແດງສາກົນ,ເຂດອາຫານຂອງທີ່ມີຊື່ສຽງ,ຫໍວາງສະແດງອາຫານທີ່ມີຊື່ສຽງໃນແຕ່ລະເຂດທົ່ວປະເທດຈີນ, ຫໍອາຫານທີ່ມີເອກກະລັກ ແລະ ໂດດເດັ່ນ,ເຂດສັງລວມຜະລິດຕະພັນທີ່ບໍ່ແມ່ນອາຫານ,ຫໍວາງສະແດງສິນຄ້າກະສິກຳລັກສະນະພິເສດພູພຽງ,ແລະເຂດເດີ່ນວາງສະແດງໝາກໄມ້,ອາຫານ,ລວມມີຮ້ານວາງສະແດງທັງຫມົດ 1448 ຮ້ານ.
ງານວາງສະແດງລວບລວມເອົາຜະລິດຕະພັນທີ່ມາຈາກທັງພາຍໃນແລະຕ່າງແຂວງຂອງປະເທດຈີນ,ຍັງມີສິນຄ້າຈາກອີກຫຼາຍກ່ວາ 20 ປະເທດແລະເຂດແຄວ້ນຄຶ ອາຊີຕາເວັນອອກສ່ຽງໃຕ້, ອາຟຣິກກາ, ເອີຣົບ, ອາເມລິກາ, ຍີ່ປຸ່ນແລະເກົາຫຼີໃຕ້.ຊາວເມືອງກໍ່ສາມາດຊື້ສິ່ງຂອງຕ່າງໆຂອງປະເທດໄທ,ມຽນມ້າ,ລາວ,ຫວຽດນາມ,ກຳປູເຈຍ,ມາເລເຊຍ ແລະອື່ນໆໃນນະຄອນຄຸນໝິງ.ງານວາງສະແດງດັ່ງກ່າວໄດ້ເຮັດໃຫ້ຊາວເມືອງຄຸນໝິງສາມາດຊື້ສິນຄ້າທີ່ມີຄວາມຫລາກຫລາຍ ແລະຮູ້ສຶກເຖິງບັນຍາກາດຂອງງານບຸນປະເພນີປີໃໝ່ກຸດຈີນ.